ງານວາງສະແດງຮູບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ຢູ່ ຫວຽດນາມ

(VOVWORLD) - ງານວາງສະແດງຮູບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 9 ມິຖຸນາ, ຢູ່ນະຄອນ ແທງຮ໋ວາ, ເຊິ່ງແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ 22 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ. 
ງານວາງສະແດງຮູບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ຢູ່ ຫວຽດນາມ - ảnh 1 ງານວາງສະແດງຮູບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 9 ມິຖຸນາ

ງານວາງສະແດງໄດ້ແນະນຳເຖິງຜູ້ຊົມຮູບຖ່າຍກ່ວາ 300 ແຜ່ນ ແລະ ຮູບເງົາສາລະຄະດີ - ເອກະສານເກືອບ 60 ເລື່ອງ ທີ່ໄດ້ສ່ອງແສງຄວາມງາມຂອງປະເທດຊາດ, ປະຊາຊົນບັນດາປະເທດ ອາຊຽນ, ວັດທະນະທຳທີ່ເປັນມູນເຊື້ອຂອງບັນດາປະເທດ ອາຊຽນ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາຊົນເຜົ່າໃນປະຊາຄົມບັນດາປະເທດ ອາຊຽນ. ພິເສດຢູ່ບ່ອນສຳຄັນໃນງານວາງສະແດງແມ່ນຍັງປະກົດມີສະແຕມ ແລະ ແບບກາປະທັບລວມຂອງບັນດາປະເທດ ອາຊຽນ.

        ງານວາງສະແດງດັ່ງກ່າວ ຈະແກ່ຍາວຮອດວັນທີ 12 ມິຖຸນາ. ຫຼັງຈາກນັ້ນ, ບັນດາຮູບຖ່າຍ, ຟິມຮູບເງົານີ້ຈະມອບໃຫ້ຄະນະກຳມະການປະຊາຊົນແຂວງ ແທງຮ໋ວາ, ເພື່ອສືບຕໍ່ໂຄສະນາ, ເຜີຍແຜ່ ກ່ຽວກັບປະຊາຄົມ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ