ງານວາງສະແດງຮູບຖ່າຍກ່ຽວກັບການເຄື່ອນໄຫວກໍ່ສ້າງຖົມດິນເປັນເກາະຂອງຈີນຢູ່ທະເລຕາເວັນອອກທີ່ສເກົາຫຼີ

ງານວາງສະແດງຮູບຖ່າຍກ່ຽວກັບການເຄື່ອນໄຫວກໍ່ສ້າງຖົມດິນເປັນເກາະຂອງຈີນຢູ່ທະເລຕາເວັນອອກທີ່ສເກົາຫຼີ - ảnh 1
(ທ່ານ​ສາດສະດາຈານ ດຣ Ahn Kyong Hwan
ກ່າວ​ຄຳ​ເຫັນ​ທີ່​ງານ​ວາງສະ​ແດງ)

(vovworld) – ​​​ ​ ​ໃນ​ວັນ​ທີ 11 - 12/9 ຢູ່​ມະຫາວິທະຍາ​ໄລ ​ໂຈ​ຊູນ ປະ​ເທດ ​ສ​ເກົາຫຼີ, ​ໄດ້​ດຳ​ເນີນ​ງານ​ວາງສະ​ແດງ​ຮູບຖ່າຍກ່ຽວກັບ​ການ​ເຄື່ອນ​ໄຫວ​ກໍ່ສ້າງ​ຖົມ​ດິນ​ເປັນ​ເກາະ​ຂອງ​ ຈີນ​ ຢູ່​ທະ​ເລ​ຕາ​ເວັນ​ອອກ. ງານ​ວາງສະ​ແດງ​ຄັ້ງ​ນີ້ ລວມມີ​ຮູບ​ຖ່າຍ​ກ່ວາ 80 ​ແຜນ​ກ່ຽວ​ກັບ​ຫາດ​ດອນ​ຫີນ​ຕ່າງໆ​ບົນ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຂອງ ຫວຽດນາມ, ນີ້​ແມ່ນ​ສານ​ທີ່​ຄະນະ​ຈັດ​ຕັ້ງ​ຢາກ​ສົ່ງ​ເຖິງ​ຜູ້​ມາ​ຊົມ, ​ແນ​ໃສ່​ປະກອບສ່ວນ​ຮຽກຮ້ອງ​ບັນດາ​ຝ່າຍ​ທີ່​ກ່ຽວ​ຂອງ​ຢຸດຕິ​ບັນດາ​ການ​ກະທຳ​ກໍ່ຄວາມ​ເຄັ່ງ​ຕຶງ, ທຳລາຍ​ສະພາບ​ເດີມຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ລຳ​ພັງ​ຝ່າ​ຍດຽວ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ ​ໂດຍ​ສະມາຄົມ​ຄົ້ນຄວ້າ ຫວຽດນາມ ວິທະຍາ ຢູ່ ສ​ເກົາຫຼີ ຈັດ​ຕັ້ງ​ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ສະມາຄົມ​ພົວພັນ​ແລກປ່ຽນ​ວັດທະນະທຳ ສ​ເກົາຫຼີ - ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ງານ​ວາງສະ​ແດງ, ທ່ານ​ສາດສະດາຈານ ດຣ Ahn Kyong Hwan ປະທານ​ສະມາຄົມ ຄົ້ນຄວ້າ ຫວຽດນາມ ວິທະຍາ ຢູ່ ສ​ເກົາຫຼີ ຢືນຢັນ​ວ່າ: ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ແມ່ນ​ເຂດ​ນ້ຳ​​ແດນດິນ​ຂອງ ຫວຽດນາມ ນັບ​ແຕ່​ສະຕະວັດ​ທີ 17. ທ່ານ​ຍັງຊີ້​ແຈ້ງວ່າ: ທະ​ເລ​ຕາ​ເວັນ​ອອກ ບໍ່​ພຽງ​ແຕ່​ມີ​ທີ່​ຕັ້ງ​ພູມສາດ, ການ​ເມືອງ​ສຳຄັນທີ່​ມີ​ຕໍ່ ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຕໍ່​ທຸກໆ​ປະ​ເທດ​ໃນ​ໂລກ​ອີກດ້ວຍ

ຂ່າວ/ບົດ​ອື່ນ