ງານວາງສະແດງຮູບພາບ 50 ປີແຫ່ງວັນປະຕິບັດພິໄນກຳປະທານ ໂຮ່ຈີມິນ

(VOVWORLD) - ຕອນເຊົ້າວັນທີ 15 ສິງຫາ, ຢູ່ຖະໜົນຍ່າງ ຫງວຽນເຫ້ວ, ຄະນະຈັດຕັ້ງພິທີສະເຫຼີມສະຫຼອງບັນດາວັນບຸນໃຫຍ່ນະຄອນ ໂຮ່ຈີມິນ ໄດ້ໄຂງານວາງສະແດງຮູບພາບ

 “50 ປີແຫ່ງວັນປະຕິບັດພິໄນກຳອັນສັກກາລະບູຊາຂອງປະທານ ໂຮ່ຈີມິນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນປະຕິວັດເດືອນສິງຫາ (19/08/1945 – 19/08/2019) ແລະ ວັນຊາດສາທາລະນະລັດສັງຄົມນິຍົມ ຫວຽດນາມ (02/09/1945 – 02/09/2019), 50 ປີແຫ່ງວັນປະຕິບັດພິໄນກຳຂອງປະທານ ໂຮ່ຈີມິນ (1969 - 2019).

ງານວາງສະແດງຮູບພາບ 50 ປີແຫ່ງວັນປະຕິບັດພິໄນກຳປະທານ ໂຮ່ຈີມິນ - ảnh 1 ພິທີໄຂງານວາງສະແດງຮູບພາບ (ພາບ: TTXVN)

        ງານວາງສະແດງຈະດຳເນີນໄປຮອດວັນທີ 15 ກັນຍາ ຈຶ່ງອັດລົງ ແລະ ໄດ້ວາງສະແດງຮູບພາບ 340 ແຜ່ນຢູ່ບາງສະຖານທີ່ໃນໃຈກາງນະຄອນຄື: ຖະໜົນຍ່າງ ຫງວຽນເຫ້ວ, ຖະໜົນ ດົ່ງເຂີ໋ຍ, ຫໍວັດທະນະທຳແຮງງານ, ຫໍວັດທະນະທຳຊາວໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ