ງານ​ວາງ​ສະ​ແດງຮູບ​ພາ​ບ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຜູ້​ຊ່ຽວ​ຊານ​ຫວຽດ​ນາມ ຢູ່​ລາວ

(VOVWORLD) - ຕອນເຊົ້າວັນທີ 25 ຕຸລາ, ຢູ່ຫໍພິພິຕະພັນ ໄກສອນ ພົມວິຫານ ທີ່ນະຄອນຫຼວງວຽງຈັນ, ໄດ້ໄຂງານວາງສະແດງຮູບພາບສະເຫຼີມສອງຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ໃນການປະຕິວັດຂອງປະຊາຊົນລາວບັນດາເຜົ່າ (30/10/1949- 30/102019).
ງານ​ວາງ​ສະ​ແດງຮູບ​ພາ​ບ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຜູ້​ຊ່ຽວ​ຊານ​ຫວຽດ​ນາມ ຢູ່​ລາວ - ảnh 1

ສະແດງສິລະປະ “ນ້ຳໃຈມິດຕະພາບຫວຽດນາມ-ລາວຍືນຍົງຄົງຕົວຕະຫຼອດໄປ”

(ພາບ: ໜັງສືພິມດ້ຽນບຽນຝູ)

    ງານວາງສະແດງ ໂດຍກະຊວງປ້ອງກັນປະເທດລາວຈັດຕັ້ງຂຶ້ນ, ເປີດສາກໃຫ້ແກ່ບັນດາການເຄື່ອນໄຫວສະເຫຼີມສອງຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຢູ່ລາວ.

   ງານວາງສະແດງໄດ້ແນະນຳໃຫ້ຜູ້ຊົມຮູບພາບ 168 ແຜ່ນເພື່ອແນໃສ່ຊ່ວຍປະຊາຊົນລາວ ແລະ ເພື່ອນມິດສາກົນ ເຂົ້າໃຈກ່ວາກ່ຽວກັບນ້ຳໃຈສາກົນອັນສູງສົ່ງ ແລະ ບໍລິສຸດຜຸດຜ່ອງຂອງທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ໃນພາລະກິດການປະຕິວັດ ແລະ ການສ້າງສາປະເທດຊາດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນລາວ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ເຂົ້າໃຈຕື່ມອີກກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດທີ່ຫາຍາກໃນໂລກລະຫວ່າງສອງຊາດລາວ-ຫວຽດນາມ ອ້າຍນ້ອງ ຈາກນັ້ນຈະສືບທອດ, ເສີມຂະຫຍາຍ ຊ່ວຍໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫ່ຍນີ້ນັບມື້ນັບສະໜິດຕິດພັນກັນ ແລະ ຍືນຍົງຄົງຕົວຕະຫຼອດໄປ.

ຕອບກັບ

ຂ່າວ/ບົດ​ອື່ນ