ງານວາງສະແດງຮູບພາບ ກ່ຽວກັບຮ່ອງຮອຍ ວັດທະນະທຳອິນເດຍ ຢູ່ຫວຽດນາມ

ງານວາງສະແດງຮູບພາບ ກ່ຽວກັບຮ່ອງຮອຍ ວັດທະນະທຳອິນເດຍ ຢູ່ຫວຽດນາມ - ảnh 1

ວັດທະນະທຳຫຼາຍ​ຮູບ​ແບບ​ຂອງອິນ​ເດຍ

(ພາບ:duhocando.com)

(vovworld) -  ຕອນ​ບ່າ​ຍ​ວັນ​ທີ 8/2 ຢູ່​ນະຄອນຫຼວງ​ນິວ​ເດ​ລີ-​ປະ​ເທດ​ອິນ​ເດຍ, ​ໄດ້​ໄຂ​ງານ​ວາງສະ​ແດງ​ຮູບ​ພາບກ່ຽວ​ກັບ “ບັນດາຮ່ອງຮອຍ​ວັດທະນະທຳ​ອິນ​ເດຍຢູ່​ຫວຽດນາມ“. ງານ​ວາງສະ​ແດງ​ໄດ້​ຈັດ​ຂຶ້ນ​ໃນ​ເວລາ 7 ວັນ ຊື່​ງ​ໄດ້​ນຳ​ມາ​ວາງສະ​ແດງ​ຮູບ​ພາບກ່ຽວ​ກັບບັນດາ​ວິຫານ, ທາດ ​ແລະ ຮູບ​ປັ້ນ​ເທວະ​ດາລວມ 50 ​ແຜ່ນຂອງ​ສະ​ໄໝ​ຈຳປາ. ບັນດາ​ຮູບ​ພາບ​ເຫຼົ່າ​ນີ້ ​ໂດຍ​ທ່ານ Geetsesh Sharma ປະທານ​ຄະນະ​ກຳມະການ​ສາມັກຄີ​ອິນ​ເດຍ-ຫວຽດນາມ ລັດ Bengan ຕາ​ເວັນ​ຕົກ ​ແລະ ທ່ານ​ນາງ Kusum Jain ​ເລຂາທິການ​ຄະນະ​ກຳມະການດັ່ງກ່າວ ​ໄດ້​ຖ່າຍ​ໃນ​ການ​ມາ​ຢ້ຽມຢາມ​ຫວຽດນາມ ຄັ້ງຕ່າງໆ ​ແລະ ກໍ່​ແມ່ນ​ຜູ້​ທີ່ຈັດຕັ້ງງານ​ວາງສະ​ແດງ​ນີ້. ບັນດາ​ຮູບ​ພາບ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈິງ​ປະຫວັດສາດ​ວ່າ: ​ເຄີຍ​ມີ​ລາຊະ​ອານາຈັກ​ຂອງ​ຊາວ ຮິນ​ດີ/ຈຳປາ ຢູ່​ລຽບ​ຕາມ​ເຂດ​ພາກ​ກກາງ​ຫວຽດນາມ, ຈາກບິ່ງ​ທ້ວນ ​ເຖິງ​ກວາງ​ນາມ ​ແຕ່​ສັດຕະ​ວັດ​ທີ 2-5 ຫຼັງ ຄສ.

ຂ່າວ/ບົດ​ອື່ນ