ງານວາງສະແດງຮູບພາບ ຄວາມຮູ້ສຶກກ່ຽວກັບໝູ່ເກາະເຈື່ອງຊາ

ງານວາງສະແດງຮູບພາບ   ຄວາມຮູ້ສຶກກ່ຽວກັບໝູ່ເກາະເຈື່ອງຊາ - ảnh 1
   ເກາະ ເຈື່ອງຊາ
ພາບ: internet


(vovworld) -  “ຄວາມ​ຮູ້​ສຶກກ່ຽວ​ກັບ​ໝູ່​ເກາະເຈື່ອງ​ຊາ” ​ແມ່ນ​ງານ​ວາງສະ​ແດງ​ຮູບ​ພາບ​ຂອງ​ນັກ​ຖ່າຍຮູບ Vu Anh Tuan ​ໂດຍ​ຫນັງສືພິມ​ເຍີນ​ເຢີ​ນ ຈັດ​ຕັ້ງ​ຂຶ້ນ ຈະ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 8/8 ຢູ່ ຮ່າ​ໂນ​້ຍ. ງານ​ວາງສະ​ແດງ​ຈະ​ແນະນຳ​ໃຫ້​ຜູ້​ຊົມ​ຮູບ​ພາບ 68 ​ແຜ່ນ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ຮູບ​ພາບ​ນັບ​ພັນ​ແຜ່ນ​ຂອງ​ນັກ​ຖ່າຍຮູບ Vu Anh Tuan. ງານ​ວາງສະ​ແດງ​ປະກອບສ່ວນ​ສະ​ແດງ​ໃຫ້​ເຫັນ​ສະຕິ​ຄວາມ​ຮັບ​ຮູ້, ອາ​ລົມ​ຈິດ​ຂອງ​ພົນລະ​ເມືອງ ຫວຽດນາມ ທັງ​ເປັນ​ນັກ​ຖ່າຍ​ຮູບ​ຍາມ​ໃດ​ກໍ​ມຸ່ງ​​ໄປ​ເຖິງ​ໝູ່​ເກາະ ​ເຈື່ອງ​ຊາ ຊຶ່ງ​​ເປັນ​ສ່ວນ​ຫນຶ່ງ​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ປະ​ເທດ​ຊາດ, ຊາວ ຫວຽດນາມ. ງານ​ວາງສະ​ແດງ​ດັ່ງກ່າວ​ໄດ້​ແບ່ງ​ເປັນ​ສາມ​ພາກຄື: ທັດສະນີ​ຍະ​ພາບ​ຂອງ​ເກາະ​ບາງ​ແຫ່ງ​ໃນ​ໝູ່​ເກາະ​ເຈື່ອງ​ຊາ; ພະນັກງານ​ນັກຮົບ​ໃນ​ການ​ອອກ​ແຮງ​ງານ, ຮຳ່ຮຽນ, ຝຶກ​ຊ້ອມ​ປະຈຳ​ວັນ; ​ແລະ ຮູບ​ພາບ​ຈຳນວນ​ຫນຶ່ງ​ຜ່ານການ​ສັງ​ເກດ​ຂອງ​ນັກ​ຖ່າຍຮູບ.

 

ຂ່າວ/ບົດ​ອື່ນ