ງານວາງສະແດງຮູບພາບ “ທ່ານພົນເອກຫວໍ້ງວຽນ ຢາບກັບໄວໜຸ່ມນະ ຄອນຫຼວງ“

ງານວາງສະແດງຮູບພາບ “ທ່ານພົນເອກຫວໍ້ງວຽນ ຢາບກັບໄວໜຸ່ມນະ ຄອນຫຼວງ“ - ảnh 1 

(ພາບ: TTXVN)

(vovworld)-​​​​ ​ ​ ງານ​ວາງສະ​ແດງ​ຮູບ​ພາບ​ “ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ກັບ​ໄວ​ໜຸ່ມ​ນະຄອນຫຼວງ“ ຈະ​ດຳ​ເນີນ​ໃນ​ວັນ​ທີ 2-3/11 ຈະ​ມາ​ເຖິງ ​ເພື່ອ​ວາງສະ​ແດງ​ບັນດາ​ຮູບ​ພາບ, ອະນຸສອນ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ, ຄວາມ​ເອົ​າ​ໃຈ​ໃສ່​ຂອງທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ກັບໄວ​ໜຸ່ມ​ນະຄອນຫຼວງ ​ແລະ ບັນດາ​ຮູບ​ພາບ​ຂອງ​ນັກ​ອາ​ສະສະ​ໝັກນະຄອນຫຼວງ​ຮັບ​ໃຊ້​ໃນ​ພິທີ​ງານ​ສົບ​ລະດັບ​ຊາດ ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ. ງານ​ວາງສະ​ແດງ​ຮູບ​ພາບ​ “ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ກັບ​ໄວ​ໜຸ່ມ​ນະຄອນຫຼວງ“ ລວມມີ​ຮູບ​ພາບ​ກ່ວາ 100 ​ແຜ່ນ​ຂອງ​ພະນັກງານ​ຄະນະຊາວ​ໜຸ່ມ​​ໄລຍະຕ່າງໆມອ​ບ​ໃຫ້​ອົງການ​ຊາວ​ໜຸ່ມ​ນະຄອນຫຼວງ​ຮ່າ​ໂນ້ຍ. ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​​ແນະນຳ ​ແລະ ​ເກັບ​ຮັກສາ​ບັນດາ​ຮູບ​ພາບ​ທີ່​ມີຄ່າ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ສຶກສາ​ອົບຮົມ​ໄວ​ໜຸ່ມ​ລຸ່ນປະຈຸ​ບັນ ​ແລະ ​ໃນ​ອະນາຄົດ, ອົງການ​ຊາວ​ໜຸ່ມ​ນະຄອນຫຼວງ​ຮ່າ​ໂນ້ຍ ​ຈຶ່ງຕົກລົງ​ຈັດງານ​ວາງສະ​ແດງ​ຮູບ​ພາບ​ “ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ກັບ​ໄວ​ໜຸ່ມ​ນະຄອນຫຼວງ“.

ຂ່າວ/ບົດ​ອື່ນ