ງານວາງສະແດງຮູບພາບ “ນ້ຳໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ - ລາວ”

ງານວາງສະແດງຮູບພາບ “ນ້ຳໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ - ລາວ” - ảnh 1
ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດລາວຢູ່ແຂວງ ເຊີນລາ (ພາບປະກອບ)
(ພາບ: ສຳນັກຂ່າວສາຫວຽດນາມ)

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການຮ່ວມ​ມື​ຫວຽດນາມ - ລາວ, ຂ່ຳນັບ​ຮັບ​ຕ້ອນ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012 ​ແລະ ກອງ​ປະຊຸມ “ການ​ພົວພັນ​ຮ່ວມ​ມື​ສະພາ​ແຫ່ງ​ຊາດ​ຫວຽດນາມ - ລາວ” . ຕອນ​ເຊົ້າ​ວັນ​ທີ 23/4, ຢູ່​ແຂວງ ​ເຊີນ​ລາ, ສຳນັກ​ຂ່າວສາ​ນຫວຽດນາມ ສົ​ມທົບ​ກັບ ຄະນະ​ກຳມາ​ທິການການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດຫວຽດນາມ, ອົງຄະ​ນະ​ພັກ​ແຂວງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເຊີນ​ລາ ​ແລະ ໜັງສືພິມ ​ເຊີນ​ລາ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງຮູບ​ພາບທີ່​ມີ​ຫົວ​ຂໍ້​ວ່າ “ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ - ລາວ”. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ​ຕູ້ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ໄດ້​ມາ​ເຂົ້າ​ຮ່ວມ ​ແລະ ຕັດ​ແຖບ​ຜ້າ​ໄຂ​ງານ​ວາງສະ​ແດງ. ດ້ວຍ​ຮູບ​ພາບ​ຂາວ - ດຳກ່ວາ 150 ​ແຜ່ນ, ງານ​ວາງສະ​ແດງ​ລວມມີ​ຫຼາຍ​ຫົວ​ຂໍ້​ຄື: ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ແລະ ​ເຊີນ​ລາ ກັບ​ບັນດາ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ, ​ໃນງານ​ວາງສະ​ແດງ​ໄດ້​ວາງ​ສະ​ແດງ​ເອກະສານ​ປະຫວັດສາດ​ອັນ​ລ້ຳ​ຄ່າ​ຫຼາຍ​ຢ່າງ. ​ໃນ​ນັ້ນ, ມີ​ຮູບ​ພາບ​ຫຼາຍ​ແຜ່ນໄດ້ຮັບ​ການສະ​ເໜີເປັນ​ຄັ້ງ​ທຳ​ອິດ, ສ່ອງ​ແສງ​ຢ່າງ​ມີ​ຊີວິດ​ຊີວາ ​ແລະ ​ເລິກ​ເຊິ່ງ​ເຖິງການ​ພົວພັນຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ