ງານວາງສະແດງຮູບພາບ ສີແຜ່ນທຳອິດຢູ່ຮ່າໂນ້ຍ


ງານວາງສະແດງຮູບພາບ ສີແຜ່ນທຳອິດຢູ່ຮ່າໂນ້ຍ - ảnh 1

ຮູບ​ພາບ​ຢູ່​ງານ​ວາງສະ​ແດງ

(ພາບ: vov)

(vovworld)- ເປັນຄັ້ງທຳ​ອິດ​ທີ່ບັນດາ​ຮູ​ບພາບ​ສີ​ກ່ຽວ​ກັບ​ຮ່າ​ໂນ້ຍ​ໃນຊຸມ​ປີ ຕົ້ນສັດຕະວັດ​ທີ 20 ​ໄດ້ນຳ​ມາ​ແນະນຳ​ກັບ​ຜູ້​ຊົມ​ຜ່ານ​ງານ​ວາງສະ​ແດງ​ທີ່​ມີ​ຊື່ວ່າ: “ສີສັນຮ່າ​ໂນ້ຍ 1914-1917“ ຊື່ງ​​ໄຂ​ຂຶ້ນ​ໃນ​ວັນ​ທີ 9/12 ຢູ່​ຮ່າ​ໂນ້ຍ. ການ​ເຄື່ອນ​ໄຫວ​ນີ້​ໂດຍ​ສະພາ​ເຂດ Ile de France ປະ​ເທດ​ຝະລັ່ງ ​ແລະ ຄະນະ​ກຳມະການ​ການ ປຊຊ ນະຄອນ​ຮ່າ​ໂນ້ຍ ສົມທົບ​ກັນ​ຈັດຕັ້ງຂຶ້ນ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ການ​ພົວພັນ​ຮ່ວມ​ມື​ຫວຽດນາມ-​ຝະລັ່ງ. ງານ​ວາງສະ​ແດງ​ໄດ້​ແນະນຳ​ຮູບ​ພາບ 60 ​ແຜ່ນ​ຂອງ​ຊ່າງ​ພາບ​ຝະລັ່ງ Leon Busy ຖ່າຍຮູບ​ຮ່າ​ໂນ້ຍ ກ່ອນ​ນີ້ 100 ປີ (1914-2014). ຮູບ​ພາບ​​​ໃນ​ງານ​ວາງສະ​ແດງຖືກ​ຈັດ​ຕາມ 2 ຫົວ​ເລື່ອງ​ຕົ້ນຕໍ​ຄື: ຊີວິດ​ປະຈຳ​ວັນ ​ແລະ ບັນດາ​ອາຊີບ ​ແລະ ​ສັງຄົມ​, ມະນຸດ ​ແລະ ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ.

  ງານ​ວາງສະ​ແດງ​ຈະ​​ເປີດ​ປະຕູ​ຮອດ​ວັນ​ທີ 4/1/2014 ​ແລະ​ ຄາດ​ວ່າ​ຈະ​ນຳ​ມາ​ວາງສະ​ແດງ​ຢູ່ປາຣີ ປະ​ເທດ​ຝະລັ່ງ ​ໃນ​ກາງ​ປີ 2014.

ຂ່າວ/ບົດ​ອື່ນ