ງານວາງສະແດງຮູບພາບ ແລະ ກອງປະຊຸມສຳມະນາກ່ຽວກັບປະທານ ໂຮ່ຈີມິນ ຢູ່ ບຸນກາຣີ

(VOVWORLD) - ວັນທີ 30 ຕຸລາ, ຢູ່ Sofia ໄດ້ດຳເນີນງານວາງສະແດງຮູບພາບ ແລະ ກອງປະຊຸມສຳມະນາກ່ຽວກັບປະທານ ໂຮ່ຈີມິນ ພາຍໃຕ້ການເປັນປະທານຂອງທ່ານນາງຮອງປະທານາທິບໍດີ ບຸນກາຣີ Iliana Iotova ແລະ ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ຫງວຽນທິຮົ່ງແອວງ.
ງານວາງສະແດງຮູບພາບ ແລະ ກອງປະຊຸມສຳມະນາກ່ຽວກັບປະທານ ໂຮ່ຈີມິນ ຢູ່ ບຸນກາຣີ - ảnh 1ທ່ານນາງຮອງປະທານາທິບໍດີ Iliana Iotova ກ່າວຄຳເຫັນທີ່ກອງປະຊຸມສຳມະນາ 

 ງານວາງສະແດງໄດ້ວາງສະແດງຮູບພາບ ແລະ ເອກະສານລ້ຳຄ່າຢ່າງຫຼວງຫຼາຍ, ໃນນັ້ນ, ສ່ວນໜຶ່ງຂອງງານວາງສະແດງໄດ້ແນະນຳກ່ຽວກັບການຢ້ຽມຢາມຄັ້ງປະຫວັດສາດ ບຸນກາຣີ ຂອງ ປະທານ ໂຮ່ຈີມິນ ແຕ່ວັນທີ 13 – 17 ສິງຫາ 1957 ແລະ ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຂອງປະຊາຊົນ ຫວຽດນາມ ໃນສະຕະວັດທີ 20 ແລະ ຕົ້ນສະຕະວັດທີ 21. ສ່ວນໜຶ່ງທີ່ສຳຄັນຂອງງານວາງສະແດງ ແມ່ນບັນດາແຜນທີ່ບູຮານ ກ່ຽວກັບທະເລ, ໝູ່ເກາະ ຫວຽດນາມ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ ກ່ຽວກັບປະທານ ໂຮ່ຈີມິນ, ທ່ານນາງຮອງປະທານາທິບໍດີ Iliana Iotova ໃຫ້ຮູ້ວ່າ: ມານດາຂອງທ່ານນາງເປັນຕົວພະຍານໃນການຢ້ຽມຢາມ ບຸນກາຣີ ຂອງປະທານ ໂຮ່ຈີມິນ ກ່ອນນີ້ 60 ປີ. ທ່ານນາງ ແລະ ບັນດາຜູ້ຄົນລຸ້ນດຽວກັນມີຄວາມເຄົາລົບ, ນັບຖືຜູ້ນຳຂອງປະຊາຊົນ ຫວຽດນາມ ຍ້ອນຄວາມນອບນ້ອມຖ່ອມຕົນ, ຄວາມລຽບງ່າຍຂອງຜູ້ນຳທີ່ຍິ່ງໃຫຍ່. ເພິ່ນໄດ້ສະຫງວນເວລາເກືອບທັງໝົດ ຂອງຕົນ ທີ່ພວມຢ້ຽມຢາມຢູ່ ບຸນກາຣີ ເພື່ອພົບປະກັບປະຊາຊົນ, ຢ້ຽມຢາມໂຮງຮຽນອະນຸບານ, ໂຮງຮຽນ… ກໍ່ທີ່ກອງປະຊຸມສຳມະນາ, ບັນດານັກປາຖະກະຖາ ຂອງ ຫວຽດນາມ ແລະ ບຸນກາຣີ ໄດ້ປຶກສາຫາລືກ່ຽວກັບການພົວພັນ ທາງການທູດ - ການຄ້າ - ວັດທະນະທຳ ສອງຝ່າຍ, ນ້ຳໃຈມິດຕະພາບລະຫວ່າງ ປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ