ງານວາງສະແດງຮູບພາບກ່ຽວກັບທະເລຕາເວັນອອກຢູ່ສເກົາຫລີ

ງານວາງສະແດງຮູບພາບກ່ຽວກັບທະເລຕາເວັນອອກຢູ່ສເກົາຫລີ - ảnh 1
ພິ​ທີ​ໄຂ​ງານ​ວາງ​ສະ​ແດງ
ພາບ:TTXVN

(vovworld)- ວັນ​ທີ 10/7, ທີ່ ຫໍ​ວັດ​ທະ​ນະ​ທຳ ເມືອງ Dongdaemun ນະ​ຄອນ​ຫລວງ ເຊີອ​ູ​ນ ປະ​ເທດ ສ​ເກົາ​ຫລີ ໄດ້​ຈັດ​ງານ​ວາງ​ສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ ໂດຍ​ສະ​ມາ​ຄົມ​ຄອບ​ຄົວ​ວັດ​ທະ​ນະ​ທຳ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ຫວຽດ​ນາມ ສ​ເກົາ​ຫລີ ສົມ​ທົບ​ກັບ​ສູນ​ຂົວ​ຕໍ່​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ ສ​ເກົາ​ຫລີ ຈັດ​ຕັ້ງ​ຂຶ້ນ ໃນ​ຂອບ​ເຂດ​ລາຍ​ການ “ວັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຄັ້ງ​ທີ 2”. ກ່າວ​ຄຳ​ເຫັນ​ໄຂ​ງານ​ວາງ​ສະ​ແດງ, ທ່ານ Lee Min Keon, ປະ​ທານ​ສະ​ມາ​ຄົມ​ຄອບ​ຄົວ​ວັດ​ທະ​ນະ​ທຳ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ຫວຽດ​ນາມ - ສ​ເກົາ​ຫລີ ຢູ່ ສ​ເກົາ​ຫລີ ໄດ້​ຊີ້​ແຈ້ງວ່າ: ທະ​ເລ​ຕາ​ເວັນ​ອອກ ແມ່ນ​ເສັ້ນ​ທາງ​ການ​ເດີນ​ທະ​ເລ​ສາ​ກົນທີ່​ສຳ​ຄັນ ສຳ​ລັບ​ທຸກ​ປະ​ເທດ​ຢູ່​ພາຍ​ໃນ ແລະ ນອກ​ພາກ​ພື້ນ ສະ​ນັ້ນ ເລື່ອງ​ຈີນ ກໍ່​ສ້າງ​ເກາະ​ທຽມ​ຢ່າງ​ຜິດ​ກົດ​ໝາຍ ແລະ ມີ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ຢູ່​ເຂດນີ້ ແມ່ນ ສາຍ​ເຫດກໍ່​ຄວາມ​ເຄັ່ງ​ຕຶງ, ກະ​ທົບ​ຢ່າງ​ຫຍໍ້​ທໍ້​ເຖິງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ຢູ່​ເຂດນີ້. ທ່ານ Lee Min Keon ເນັ້ນ​ຫນັກ​ວ່າ ຜ່ານ​ງານ​ວາງ​ສະ​ແດງ​ຮູບ​ພາບ​ຄັ້ງ​ນີ້, ຄະ​ນະ​ຈັດ​ຕັ້ງ​ຢາກ​ແນະ​ນຳ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດ​ນາມ, ກ່ຽວ​ກັບ​ບັນ​ດາ​ການ​ກະ​ທຳ​ຢ່າງ​ຜິດ​ກົດ​ໝາຍ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກຢ່າງ​ຈະ​ແຈ້ງກວ່າ. ຜ່ານນັ້ນ ​ເຮັດໃຫ້​ຜູ້​ຊົມ​ມີ​ວິ​ໄສ​ທັດ​ໂດຍ​ກົງ​ກ່ຽວ​ກັບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວມ​ດຳ​ເນີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພິ​ເສດ​ແມ່ນ​ການ​ປ່ຽນ​ແປງ​ສະ​ພາບ​ເດີມ​ຂອງ​ຫາດດອນ​ຫີນ​ຢູ່​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ​ຂອງ​ຫວຽດ​ນາມ. ຄະ​ນະ​ຈັດ​ຕັ້ງ​ກໍ​ປາດ​ຖະ​ຫນາ​ຢາກ​ປະ​ກອບ​ສຽງ​ເວົ້າ​ຕື່ມ​ອີກ​ພ້ອມ​ກັບ​ຫາງ​ສຽງ​ເພື່ອ​ຮຽກ​ຮ້ອງ​ຢຸດ​ຕິ​ການ​ກະ​ທຳ​ກໍ່​ສ້າງ​ເກາະ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ນີ້​ແມ່ນ​ການ​ວາງ​ສະ​ແດ​ງ​ຮູບ​ພາບ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 7 ດຳ​ເນີນ​ໄປ​ຢູ່ ສ​ເກົ​າ​ຫລີ, ໃນ​ນັ້ນ ວາງ​ສະ​ແດງ ຮູບ​ພາບ 50 ແຜ່ນ ດ້ວຍ 6 ຫົ​ວ​ຂໍ້ ລວມ​ມີ​ບັນ​ດາ​ຮູບ​ພາບ​ເອ​ກະ​ສານ​ປະ​ຫວັດ​ສາດຢັ້ງ​ຢືນ​ອະ​ທິ​ປ​ະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ​ໝູ່​ເກາ​ະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ, ຮູບ​ພາບ​ຈີນ ປ່ຽນ​ແປງ​ສະ​ພາບ​ເດີມ, ກໍ່​ສ້າງ​ເກາະ​ທຽມ​ຢ່າງ​ຜິດ​ກົດ​ໝາຍ ແລະ ຍູ້​ແຮງ​ການ​ນຳ​ໃຊ້​ການທະ​ຫານຢູ່​ບັນ​ດາ​ເກາະ​ຊື່ງ​ຈີນ​ຢືດ​ຄອງ​ ຂອງ​ຫວຽດ​ນາມ ຢ່າງ​ຜິດ​ກົດ​ໝາຍ ​ ຢູ່ ທະ​ເລ​ຕາ​ເວັນ​ອອກ, ຮູບ​ພາບ​ກ່ຽວ​ກັບ​ຂະ​ບວ​ນ​ການ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ ຄັດ​ຄ້ານ​ການ​ກະ​ທຳ​ຢ່າງ​ຜິດ​ກົດ​ໝາຍ​ຂອງ​ຈີນ, ລະ​ເມີດ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດ​ນາມ ແລະ ຮູບ​ພາບ​ການ​ເຄື່ອນ​ໄຫວ​ຮັບ​ປະ​ກັນ​ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ