ງານວາງສະແດງຮູບພາບກ່ຽວກັບທເລໝູ່ເກາະຫວຽດນາມຢູ່ໂປໂລຍ

ງານວາງສະແດງຮູບພາບກ່ຽວກັບທເລໝູ່ເກາະຫວຽດນາມຢູ່ໂປໂລຍ - ảnh 1
ການວາງສະ​ແດງ​ຮູບ​ພາບ ຫວຽດນາມ  -
ປະ​ເທ​ດຂອງ​ທະ​ເລ ​ແລະ ບັນດາ​ໝູ່​ເກາະ
(ພາບອິນເຕີແນັດ)

(vovworld) - ຢູ່​ນະຄອນ Lodz ປະ​ເທດ ​ໂປ​ໂລ​ຍ ມະຫາວິທະຍາ​ໄລ​ສັງ​ລວມ Lodz ສົມທົບ​ກັບ​ສາຂາ​ສະມາຄົມ​ຊາວ ​ຫວຽດນາມ ​ແລະ ສະມາຄົມ​ນັກ​ສຶກສາ ຫວຽດນາມ ຢູ່ນະຄອນດັ່ງກ່າວ​ຈັດ​ຕັ້ງ​ການວາງສະ​ແດງ​ຮູບ​ພາບ “ຫວຽດນາມ  - ປະ​ເທ​ດຂອງ​ທະ​ເລ ​ແລະ ບັນດາ​ໝູ່​ເກາະ” ງານ​ວາງສະ​ແດ​ງດຳ​ເນີນ​​ແຕ່​ວັນ​ທີ 8 – 18/4 ລວມມີ​ຮູບ​ພາບ 36 ​ແຜ່ນ ​ໄດ້​ຮັບ​ການວາງສະ​ແດງ​ຕາມ 7 ກຸ່ມ​ຫົວ​ຂໍ້​: ​ໃນ​ນັ້ນ ມີ​​ແຜນທີ່​ເກົ່າ​ແກ່​ຂອງ ອັງກິດ, ​ແບນ​ຊິກ, ປັອກຕູຍ​ການ, ຫວຽດນາມ…​ສະ​ແດງ​ໃຫ້​ເຫັນ​ອະທິປະ​ໄຕ​ຂອງ ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລ​ະ ​ເຈື່ອງ​ຊາ; ​ເລື່ອງ​ ຈີນ ຖົມ​ດິນ​ເປັນ​ເກາະ, ກໍ່ສ້າງ​​ບັນດາ​ເກາະ, ຫາດ​ດອນ​ຫີນຢ່າງ​ຜິດ​ກົດໝາຍ ​ແລະ ທຳລາຍ​ບັນດາ​ລະບົບ​ຊີວະ​ພາບປະ​ກາ​ລັງ​ໃນ​ທະ​ເລ​ຕາ​ເວັນ​ອອກ; ທັດສະນະ​ຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ) ສຳລັບ​ເລື່ອງ​​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ…​ໃນ​ຂອບ​ເຂດ​ງານ​ວາງສະ​ແດງ, ຍັງ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ດ້ວຍ​ຫົວ​ຂໍ້ “​ໂອ້​ລົມ​ກ່ຽວ​ກັບ ຫວຽດນາມ - ປະ​ເທດ​ຂອງ​ທະ​ເລ ​ແລະ ບັນດາ​ໝູ່​ເກາະ”. ບັນດາ​ນັກ​ປາທະ​ກະຖາ​ພ້ອມ​ດ້ວຍ​ຜູ້​ແທນ​ເຂົ້າ​ຮ່ວມການ​ປຶກສາ​ຫາລື ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ສະພາບ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ບັນດາ​ການ​ຜັນ​ແປ​ທີ່​​ເປັນ​ໜ້າສົນໃຈ​ຢູ່​ເລ​ຕາ​ເວັນ​ອອກ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ລະ​ເມີດ​ກົດໝາຍ​ສາກົນ​ຈາກ​ຝ່າຍ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ