ງານ​ວາງ​ສະ​ແດງ​ຮູບ​ພາບ​ປະ​ທານ ໂຮ່​ຈີ​ມິນ ໃນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ

(VOVWORLD) - ຫໍພິພິຕະພັນ ໂຮ່ຈີມິນ ເທື່ອທຽນເຫ້ວ ໄດ້ໄຂງານວາງສະແດງດ້ວຍຫົວເລື່ອງ “ຮູບພາບ ປະທານ ໂຮ່ຈີມິນ ໃນສື່ມວນຊົນປະຕິວັດ ຫວຽດນາມ”.
ງານ​ວາງ​ສະ​ແດງ​ຮູບ​ພາບ​ປະ​ທານ ໂຮ່​ຈີ​ມິນ ໃນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ - ảnh 1(ພາບ: VOV)

    ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, 55 ປີແຫ່ງວັນປະຕິບັດຄຳພິໄນກຳຂອງ ປະທານ ໂຮ່ຈີມິນ, ຕອນເຊົ້າວັນທີ 30 ສິງຫາ, ຫໍພິພິຕະພັນ ໂຮ່ຈີມິນ ເທື່ອທຽນເຫ້ວ ໄດ້ໄຂງານວາງສະແດງດ້ວຍຫົວເລື່ອງ “ຮູບພາບ ປະທານ ໂຮ່ຈີມິນ ໃນສື່ມວນຊົນປະຕິວັດ ຫວຽດນາມ”

  ງານວາງສະແດງໄດ້ວາງສະແດງ, ແນະນຳເອກະສານ, ວັດຖຸພັນເກືອບ 150 ຢ່າງດ້ວຍ 3 ເນື້ອໃນ: ປະທານ ໂຮ່ຈີມິນ-ນັກຂ່າວຜູ້ຍິ່ງໃຫ່ຍ, ຜູ້ກໍ່ຕັ້ງ ແລະ ສ້າງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ; ຮູບພາບ ປະທານ ໂຮ່ຈີມິນ ໃນສື່ມວນຊົນປະຕິວັດ ຫວຽດນາມ; ຮູບພາບ ປະທານ ໂຮ່ຈີມິນ ໃນດວງໃຈບັນດານັກຂ່າວ ຫວຽດນາມ. ງານວາງສະແດງໄດ້ແນະນຳກັບມະຫາຊົນ ຫຼາຍເອກະສານທີ່ມີຄ່າກ່ຽວກັບສື່ມວນຊົນປະຕິວັດ ຜ່ານບັນດາໄລຍະ ຊື່ງໄດ້ລົງພິມໃນຫຼາຍສະບັບໜັງສືພິມເຍີນເຢີນ (ປະຊາຊົນ), ກວັນໂດ້ຍເຍິນເຢີນ (ກອງທັບ ປຊຊ), ຮ່າໂນ້ຍເມີຍ (ຮ່າໂນ້ຍໃໝ່)….ທ່ານນາງ ເລທຸ່ຍຈີ, ຜູ້ອຳນວຍການ ຫໍພິພິຕະພັນ ໂຮ່ຈີມິນ ເທື່ອທຽນເຫ້ວ ໃຫ່ຮູ້ວ່າ:

   ຜ່ານງານວາງສະແດງ, ພວກຂ້າພະເຈົ້າຢາກແນະນຳຮູບພາບທີ່ແຕກຕ່າງກ່ຽວກັບປະທານ ໂຮ່ຈີມິນ, ພິເສດແມ່ນໃນສື່ມວນຊົນ, ດ້ວຍບັນດາພາບແຕ້ມ, ພັນລະນາຮູບພາບ, ອາລົມຈິດຄວາມຮັກແພງຂອງ ປຊຊ, ຂອງນັກຂ່າວທີ່ມີຕໍ່ປະທານ ໂຮ່ຈີມິນ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ