ງານວາງສະແດງຮູບພາບ“ຫວຽດນາມ40ປີ”

ງານວາງສະແດງຮູບພາບ“ຫວຽດນາມ40ປີ” - ảnh 1
ບັນດາຜູ້ຊົມເຂົ້າຮ່ວມການວາງສະແດງ

(vovworld) – ວັນ​ທີ 22/6, ຢູ່​ສູນ​ສຶກສາ​​ເກັບ​ກູ້ລະ​ເບີດ​ທີ່​ບໍ່ທັນ​ແຕກແຂວງ ກວາງ​ຈີ້, ​​ໂຄງ​ການ RENEW ກວາງ​ຈີ້ (ຟື້ນ​ຟູສິ່ງ​ແວດ​ລ້ອມ ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ) ສົມທົບ​ກັບ​ສະຖານທູດ ​ໄອ​ແລນ ​ແລະ ກອງ​ທຶນ​ວັດທະນະທຳ ​ໄອ​ແລ​ນ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຮູບ​ພາບ “ຫວຽດນາມ 40 ປີ”. ງານ​ວາງສະ​ແດງ​ໄດ້​ວາ​ງສະ​ແດງຮູບ​ພາບຂອງ​ນັກ​ຖ່າຍຮູບ Ian Thuillier ຊາວ​ໄອ​ແລນ ກ່ຽວ​ກັບປະ​ເທດ​ຊາດ, ຊາວ ຫວຽດນາມ ພາຍຫຼັງ 40 ປີນັບ​ແຕ່​ວັນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ 15 ​ແຜ່ນ. ບັນດາ​​ພາບ​​ແຕ້ມ​ໂດຍຈິດ​ຕະກອນ​ໄດ້​ຮັບ​ປະຕິບັດ​ເປ​ັນ​ເວລາ 3 ​ເດືອນ (​​ໃນ​ປີ 2015), ​ເມື່ອຈິດ​ຕະກອນ​ນີ້​ໄປຜ່ານ​ບັນດາ​ນະຄອນ, ​ເຂດ​ບ້ານ​ນາ​ຈາກ​ນະຄອນ ​ໂຮ່ຈີ​ມິນ ອອກ​ໄປຮອດ​ນະຄອນຫຼວງ ຮ່າ​ໂນ້ຍ. ບັນດາ​​ພາບ​​ແຕ້ມໄດ້​ສຸມ​ໃສ່​ສະ​ແດງ​ໃຫ້​ເຫັນກ່ຽວ​ກັບ​ທັດສະນີ​ຍະ​ພາບ, ຊີວິດ​ການ​ເປັນ​ຢູ່​ຂອງ​ບັນດາ​ຜູ້​ເຄີຍ​ຜ່ານ​ຜ່າ​ສົງຄາມ​ທີ່​ດຸ​ເດືອດ ​ແລະ ຜົນ​ຮ້າຍ​ຢ້ອນ​ຂອງ​ພວກມັນ​ປະ​ໄວ້, ຄວາມ​ມານະ​ພະຍາຍາມ​ຂອງ​ຊາວ ຫວຽດນາມ ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ​ພັດທະນາ, ສວຍ​ສົດ​ງົດງາມ ​ແລະ ສັນຕິພາບ…


ຂ່າວ/ບົດ​ອື່ນ