ງານວາງສະແດງຮູບພາບໂຄສະນາການປົກປັກຮັກສາທະເລ,ໝູ່ເກາະຫວຽດນາມ

ງານວາງສະແດງຮູບພາບໂຄສະນາການປົກປັກຮັກສາທະເລ,ໝູ່ເກາະຫວຽດນາມ - ảnh 1


(vovworld)-ວັນ​ທີ 15/5, ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ ​ອຽນບາຍ ​ໄດ້​ໄຂ​ງານ​ວາງສະ​ແດງ​ຮູບ​ພາບ​ໂຄສະນາ​ທະ​ເລ,ໝູ່​ເກາະ​ຫວຽດນາມ​ປີ 2013. ງານ​ວາງສະ​ແດງ​ໄດ້​ແນະນຳ​ບັນດາ​ຫລັກ​ມູນ​ດ້ານ​ປະຫວັດສາດ​ໂດຍ​ຢັ້ງຢືນ​ອະທິ​ປະ​ໄຕ​ແຫ່ງ​ສັກສິດ​ທີ່​ບໍ່​​ໄດ້​ລະ​ເມີດ​ຢ່າງ​ເດັດຂາດ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຂອງ​ຫວຽດນາມ ຜ່ານ​ບັນດາ​ແຜນ​ທີ່, ຮູບ​ແຕ້ມ​ຂອງ​ຫວຽດນາມ ​ແລະ ຈີນ. ງານ​ວາງສະ​ແດງ​ກໍ​ແນະນຳ​​ພາບ​ເອກະສານ​ປະຫວັດສາດ 50 ​ແຜ່ນ ກ່ຽວ​ກັບບັນດາ​ນັກຮົບ​ປ້ອງ​ກັນ​ເຂດ​ທະ​ເລ, ​ເຂດ​ນ່ານຟ້າ​ຂອງ​ປະ​ເທດ​ຊາດ​ຢູ່​ໝູ່​ເກາະ ​ເຈື່ອງ​ຊາ. ງານ​ວາງສະ​ແດງ​ດ​ຳ​ເນີນ​ໄປ​ໃນ​ເວລາ 1 ​ເດືອນ, ຫລັງ​ຈາກ​ນັ້ນ ຈະ​ສືບ​ຕໍ່​​ແນະນຳ​ຢູ່​ບໍລິ​ເວນ​ອື່ນ​ຂອງ​ແຂວງ ອຽນ​ບ່າຍ.

 

 

 

ຂ່າວ/ບົດ​ອື່ນ