ງານວາງສະແດງຮູບພາບ“ໂຕລີງ“25ແຜ່ນໃນໂອກາດບຸນເຕັດປີວອກ

ງານວາງສະແດງຮູບພາບ“ໂຕລີງ“25ແຜ່ນໃນໂອກາດບຸນເຕັດປີວອກ - ảnh 1

(ພາບ, ອິນເຕີແນດ)

(vovworld) - ຕ້ອນຮັບ​ປີ​ໃໝ່ ປີວ​ອກ (​ໂຕ​ລີງ) 2016, ໜ່ວຍ​ຈິດຕະກອນ ຈີ 9 ຢູ່ ຮ່າ​ໂນ້ຍ ​ໄດ້​ຈັດ​ງານ​ວາງສະ​ແດງ “​ໂຕ​ລີງ“ ດ້ວຍ​ຮູບ​​ພາບໂຕ​ລິງ 25 ​ແຜ່ນ. ​ໂດຍ​ແມ່ນ​ສັດ​ທີ່​ສະຫຼາດ​ສະຫຼຽວ, ຫຼັກ​ແຫຼມ, ມີ​ໄຫວ​ພິກ. ຜ່ານ​ຮອຍ​ແຕ້ມ​ຂອງ​ບັນດາ​ຈິດຕະກອນ, ຮູບ​ພາບ​ບັນດາ​ໂຕ​ລິງຄື​ວ່າ​ງາມ​ກວ່າ, ມີ​ຊີວິດ​ຊີວາ ​ແລະ ມີ​ສັກ​ສີກ​ວ່າ. ​ແຕ່​ລະ​ຮູບພາບ​​ຖືກ​ສະ​ແດງ​ອອກ​ດ້ວຍ​ວັດຖຸທີ່​ແຕກ​ຕ່າງ​ກັນ​ຄື: ນຳ້​ມຶກ​ຈີນ, ຝຸ່ນ​ສີ, ສີນຳ້ມັນ, ທີ່​ແຕ້ມ​ໃນ​ເຈ້ຍສາ, ​ເຈ້ຍ​ໜັງສື ດ້ວຍ​ຂະໜາດ​ທີ່​ແຕກ​ຕ່າງ​ກັນ​ ແຕ່​ຍັງ​ຄົງ​ຮັບປະກັນ​ຄວາມ​ກົມກຽວ, ​ເປັນ​ເອກະ​ພາບ​ກັນ​ຢູ່. ຈິດຕະກອນ ຫງວຽນ​ຮົ່ງ​ເຟືອງ ​ແນະ​ນຳ​ກ່ຽວ​ກັບ​ພາບ​ແຕ້ມ​ຂອງ​ຕົນ​ວ່າ:

        “ຂ້າພະ​ເຈົ້າ​ຢາກ​ເຮັດ​ໃຫ້​ຜູ້​ຊົມ​ເຫັນ​ໄດ້​ນິດ​ໄສ​ສະຫຼາດສະ​ຫຼຽວ ​ແລະ ດື້​ດັ້ນ​ຫຼັກ​ແຫຼມ​ຂອງ​ໂຕ​ລີງ. ສ່ວນ​ຮູບພາບ​ທີ​ສາມ​ນີ້, ຂ້າພະ​ເຈົ້າ​ຫວັງ​ວ່າ​ປີວ​ອກຈະ​ນຳ​​ເອົາຄວາມຢູ່​ເຢັນ​ເປັນ​ສຸກ​ມາ​ໃຫ້​ທຸກ​ຄົນ.

        ງານ​ວາງສະ​ແດງ​ຮູບ​ພາບ “​ໂຕ​ລີງ“ ຈະ​​ອັດ​ລົງ​ໃນ​ວັນ​ທີ 6/2 ຢູ່​ຖະໜົນ ຫຼີກ​ວົກຊື, ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ