ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງ ຫວຽດນາມ - ບັນດາ ພະຍານຫຼັກຖານປະຫວັດສາດແລະນິຕິກຳ”

ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງ ຫວຽດນາມ - ບັນດາ ພະຍານຫຼັກຖານປະຫວັດສາດແລະນິຕິກຳ” - ảnh 1
ງານ​ວາງສະ​ແດງ “ຮ່ວາງ​ຊາ,​ ເຈື່ອງ​ຊາ ​ຂອງ ​ຫວຽດນາມ -​
ບັນດາພະຍານຫຼັກ​ຖານປະຫວັດສາດ ​ແລະ ​ນິຕິ​ກຳ” ຢູ່​ແຂວງ​ເຮົ້າ​ຢາງ
(ພາບ: huynhsu/TTXVN)

(vovworld) – ງານ​ວາງສະ​ແດງ “ຮ່ວາງ​ຊາ,​ ເຈື່ອງ​ຊາ ​ຂອງ ​ຫວຽດນາມ -​ບັນດາພະຍານຫຼັກ​ຖານປະຫວັດສາດ ​ແລະ ​ນິຕິ​ກຳ” ຢູ່​ແຂວງ​ເຮົ້າ​ຢາງ. ໄດ້​ໄຂ​ຂຶ້ນໃນຕອນ​ເຊົ້າ​ວັນ​ທີ 1/9 ຢູ່​ນະຄອນ ວິ​ແທງ, ດ້ວຍ​ເອກະສານ, ວັດຖຸ​ພັນຫລາຍ​ຢ່າງ ​ແລະ ​​ແຜນ​ທີ່ເກືອບ 100 ​ແຜນ. ງານ​ວາງສະ​ແດງ​ເຕົ້າ​​ໂຮມ​ບັນດາ​ແຫຼ່ງ​ເອກະສານ​ປະຫວັດສາດ​ທີ່​ໄດ້​ປະກາດ​ແຕ່​ກ່ອນ​ມາ​ນີ້​ຂອງ​ບັນດາ​ນັກ​ຄົ້ນຄວ້າ, ນັກຮຽນ​ຮູ້​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ. ພິ​ເສດ, ​ໃນ​ຈຳນວນ​ແຜນ​ທີ່​ເກືອບ 100 ​ແຜນ​ທີ່ວາງສະ​ແດງຢູ່ທີ່​ນີ້, ມີ​ແຜນ​ທີ່ 4 ​ຊຸດ ​ແລະ ​ແຜນ​ທີ່ 30 ​ແຜ່ນ ​ໂດຍ​ ຈີນ ພິມ​ຈຳ​ໜ່າຍ ຜ່ານ​ບັນດາ​ໄລຍະ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ບໍ່​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ ຈີນ. ນີ້​ແມ່ນ​ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ພື້ນຖານ​ນິຕິ​ກຳ ​ທີ່ພິສູດ​ໃຫ້​ເຫັນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ ໃນທະ​ເລ​ຕາ​ເວັນ​ອອກ. ງານ​ວາງສະ​ແດງ​ຈະ​ອັດ​ລົງ​ໃນ​ວັນ​ທີ 5/9 ມາ​ເຖິງ.

 

ຂ່າວ/ບົດ​ອື່ນ