ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ”

ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ” - ảnh 1
ງານ​ວາງສະ​ແດງ ຮ່ວາງ​ຊາ,​ ເຈື່ອງ​ຊາ​ຂອງ​ ຫວຽດນາມ -​ ບັນດາ
ພະຍານຫຼັກຖານປະຫວັດສາດ​ແລະ​ນິຕິ​ທຳ
(ພາບ: ອິນເຕີແນດ)

(vovworld) – ​ ງານ​ວາງສະ​ແດງ “ຮ່ວາງ​ຊາ,​ ເຈື່ອງ​ຊາ​ຂອງ​ ຫວຽດນາມ -​ ບັນດາພະຍານຫຼັກຖານປະຫວັດສາດ​ແລະ​ນິຕິ​ທຳ” ​ໄດ້ດຳ​ເນີນຢູ່​ເມືອງ​ພູດ​ອຍ ຕຽນ​ເຟື໋ອກ, ​ແຂວງ ກວາງ​ນາມ​, ​ຊຶ່ງ​ໄດ້ແນະນຳ​ໃຫ້​ມະຫາຊົນ​ຮັບ​ຊາບບັນດາ​​ເອກະສານ​ວັດຖຸ​ພັນທີ່​ລ້ຳ​ຄ່າ​ຄື: ​ເອກະສານດ້ວຍ​ພາສາ ຫວຽດ ​ເດີມ, ​ເອກະສານ​ພາສາ​ ຫວຽດນາມ ​ແລະ ຝະລັ່ງ ​ໂດຍ​ບັນ​ດາລາດ​ຊະ​ວົງ​ໃນ​ສະ​ໄໝສັກ​ດິນາ ຫວຽດນາມ ​ແລະ ອຳນາດ​ການ​ປົກຄອງ ຝະລັ່ງ ຢູ່ ອິນ​ໂດຈີນ, ພິ​ເສດ​ແມ່​ນບັນດາ​ເອກະສານພະ​ລາຊະ​ດຳລັດ ​ໂດຍ​ລາດ​ຊະ​ວົງ ຫງວຽນ ປະກາດ​ໃຊ້​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ການ​ກຳນົດ ​ແລະ ປະຕິບັດ​ສິດອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ (1802 - 1945); ບັນດາ​ແຜນ​ທີ່ພິສູດ​ໃຫ້​ເຫັນອະທິປະ​ໄຕ​ຂອງ ຫວຽດນາມ ສຳ​ລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ໂດຍ ຫວຽດນາມ ​ແລະ ຝ່າຍຕາ​ເວັນ​ຕົກ​ປະກາດ​ແຕ່​ສະຕະ​ວັດ 17 ມາຮອດ​ປະຈຸ​ບັນ​ນີ້; ບັນດາ​​ແຜນ​ທີ່​ໂດຍ​ ຈີນ ພິມ​ຈຳໜ່າຍ ​ແລະ ​ຈຳ​ໜ່າຍຢ່າງ​ເປັນ​ທາງ​ການຜ່ານ​ບັນດາ​ໄລຍະ​ປະຫວັດ​ສາດ​​ໄດ້​ສະ​ແດງ ​ໃຫ້​ເຫັນ​ວ່າ ຈີນ ບໍ່​ຄຸ້ມ​ຄອງ 2 ໝູ່​ເກາະ  ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ; ບັນດາ​ວັດ​ຖຸພັນ ​ແລະ ຮູບພາບ​ກ່ຽວ​ກັບ​ພາລະກິດ​ປະຕິບັດ​ສິດອະທິປະ​ໄຕ, ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຂອງກອງທັບ ​ແລະ ປະຊາຊົນ ຫວຽດນາມ…​ງານ​ວາງສະ​ແດງ​ຈະ​ອັດ​ລົງ​ໃນ​ວັນ​ທີ 21/8.

 

ຂ່າວ/ບົດ​ອື່ນ