ງານວາງສະແດງ“ຮວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານ ຫຼັກຖານປະຫວັດສາດແລະນິຕິກຳ“

ງານວາງສະແດງ“ຮວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານ ຫຼັກຖານປະຫວັດສາດແລະນິຕິກຳ“ - ảnh 1
(ພາບປະກອບ: tuoitre.vn)

(vovworld) - ງານ​ວາງສະ​ແດງ “ຮວາງ​ຊາ,​ ເຈື່ອງ​ຊາ​ ຂອງ​ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ກຳ“ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ Festival ທະ​ເລ​ຍາ​ຈາງ - ແຄ໋ງຮ່ວາ 2015 ທີ່​ດຳ​ເນີນ​ແຕ່​ວັນ​ທີ 11-14/7 ຢູ່​ນະຄອນ​ຍາ​ຈາງ. ງານ​ວາງສະ​ແດງ​ແນະນຳ​ແຜນ​ທີ່​ເກືອບ 100 ​ແຜ່ນ ພ້ອມ​ກັບ​ເອກະສານ, ວັດຖຸ​ພັນ, ສື່​ສິ່ງ​ພິມ ​ເຊິ່ງ​ໄດ້​ຮັບ​ການ​ປະກາດ​ນັບ​ແຕ່​ກ່ອນ​ມາ​ນິ້ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ, ນັກຮຽນ​ຮູ້​ພາຍ​ໃນ ​ແລະ ສາກົນ, ​​ເພື່ອ​ຢືນຢັນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ເນື່ອງ​ໃນ​ໂອກາດ​ນີ້, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໄດ້​ມອບ​ໃຫ້​ແຂວງ​ແຄ໋ງຮ່ວາ​ ເອກະສານ, ວັດຖຸ​ພັນ​ທັງ​ໝົດ​ທີ່​ງານ​ວາງສະ​ແດງ, ​ເພື່ອ​ໃຫ້​ທ້ອງ​ຖີ່​ນຈັດ​ຕັ້ງ​ງານ​ວາງສະ​ແດງ​ຮັບ​ໃຊ້​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ.

ຂ່າວ/ບົດ​ອື່ນ