ງານວາງສະແດງ“ຮວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ”

ງານວາງສະແດງ“ຮວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ” - ảnh 1
ງານວາງສະແດງໄດ້ຈັດຂຶ້ນຢຸ່ຫໍພິພິຕະພັນ ຮ່າ​ໂນ້ຍ

(vovworld) – ງານ​ວາງ​ສະ​ແດງ​ໄດ້​ຮັບ​ການຈັດ​ຂຶ້ນ​ໃນຕ​​ອນບ່າຍ​ວັນ​ທີ 17/1, ຢຸ່ຫໍພິພິຕະພັນ ຮ່າ​ໂນ້ຍ. ດ້ວຍ​ຮູບ​ພາບ​ເກືອ​ບ 40 ​ແຜ່​ນທີ່​ໄດ້​ຮັບ​ການ​​ເລືອກ​ເຟັ້ນຈາກ​ຮູບ​ພາບ​ທີ່​ພວມ​ໄດ້​ຮັກສາ 400 ​ແຜ່ນ, ງານ​ວາງ​ສະ​ແດງ​ໄດ້​​ແບ່ງ​ເປັນ 3 ຫົວ​ຂໍ້ ຄື: ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດ​ສາດ​ກ່ຽວ​ກັບ​ຮ່ວາງ​ຊາ, ​ເຈື່​ອງຊາ​ຂອງ ຫວຽດນາມ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ບັນດາ​ນັກຮົບ ​ແລະ ປະຊາຊົນ​ໃນ​ເກາະ ​ເຈື່ອງ​ຊາ ​ແລະ ນ້ຳ​ໃຈ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ ຮ່າ​ໂນ້ຍ ທີ່​ມີ​ຕໍ່ ​ເຈື່ອງ​ຊາ. ງານ​ວາງສະ​ແດງ​ໄດ້​ແນະນຳ​ເຖິງ​ຜູ້​ຊົມ​ແຜນ​ທີ່​ເດີມ​ຂອງ ຫວຽດນາມ, ຈີນ ​ແລະ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກເກືອບ 40 ​ແຜ່ນ​ທີ່ຢັ້ງຢືນ ​ຮ່ວາງ​ຊາ, ​ເຈື່ອງ​ຊາ ​ແມ່ນຂອງ​ຫວຽດນາມ . ​ພິ​ເສດ, ​ເປັນ​ຄັ້ງ​ທຳ​ອິດທີ່ຫິນ​ປາ​ກະ​ລັງ ​33 ກ້ອນ​ຈາກ​ເກາະ​ແຫ່ງຕ່າງໆ​ທີ່​ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ ​ໂດຍ ກອງ​ບັນຊາ​ການ​ເຫຼົ່າ​ທັບ​ເຮືອ ມອ​ບ​ໃຫ້​ນະຄອນ ຮ່າ​ໂນ​້ຍ ​ໄດ້​ນຳ​ມາ​ວາງສະ​ແດງ, ຊ່ວຍ​ໃຫ້​ຜູ້​ຊົມ​​ເຫັນ​ປະຈັກ​ຕາ​​ເຂດ​ທະ​ເລ​, ໝູ່​ເກາະ​ຂອງ​ປະ​ເທ​ດຊາດ. ຜ່ານ​ບັນ​ດາ​ຮູບ​ພາບ, ຜູ້​ຊົມ​ຍັງ​ນັບຖື​ເຈດ​ຈຳນົງ, ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ນັກຮົບ​ທະຫານ​ເຮືອ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເພື່ອ​ຮັກສາ​ໝູ່​ເກາະ ​ເຈື່ອງ​ຊາ ຫຼື ​ຄວາມ​ປະ​ເອີ​ບ​ໃຈ​ຂອງ​ປະຊາຊົນ ​ແລະ ບັນດາ​ນ້ອງ​ນ້ອຍ​ເມືອງ​ເກາະ ​ເຈື່ອງ​ຊາ ​ໃນ​ຊີວິດ​ປະຈຳ​ວັນ.​.​.​ ງາ​ນວາງສະ​ແດງ​ໄດ້​ແກ່​ຍາວ​ຮອດ​​ໝົດເດືອນ 3/2014.

ຂ່າວ/ບົດ​ອື່ນ