ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”

ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ” - ảnh 1
ພາບປະກອບ

(vovworld) – ວັນ​ທີ 27/5, ຢູ່​ເທດ​ສະບາ​ນ ດົ່ງ​ຊ່ວາຍ​, ​ແຂວງ ບີ່​ງ​ເຟືອ​ກ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບີ່​ງ​ເຟືອ​ກ ​ໄຂ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ວາງສະ​ແດງ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ​ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານປະຫວັດສາດ ​ແລະ ນິຕິ​ທຳ”. ງານ​ວາງສະ​ແດງ​ໄດ້​ນຳ​ມາ​ວາງສະ​ແດງ​​ເອກະສານ, ວັດຖຸ​ພັນ, ສິ່ງ​ພິມຫຼາຍ​ສະບັບ ​ແລະ ​ແຜນ​ທີ່ 100 ສະ​ບັບ, ​ເຊິ່ງ​ແມ່ນ​ການ​ເຕົ້າ​ໂຮມ​ບັນດ​າ​ແຫຼ່ງ​ເອກະສານ​ໄດ້​ປະກາດ​ແຕ່​ກ່ອນ​ມາ​ນີ້​ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ, ນັກຮຽນ​ຮູ້​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ.

        ກ່າວ​ຄຳ​ເຫັນ​ທີ່​ງານ​ວາງສະ​ແດງ, ທ່ານ ຟ້າ​ມຮົ່ງຫາຍ, ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ປະກາ​ດ​ເອກະສານ, ພະຍານ​ຫຼັກ​ຖານ​ປະ​ຫວັດ​ສາດ ​ແລະ ນິ​ຕິ​ທຳ​ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ 2 ​ແຫ່ງ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ໂຄສະນາ, ຍົກ​ສູງ​ສະ​ຕິ, ຄວາມ​ຮັບຜິດຊອບ​ຂອງ​ພະນັກງານ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ການ​ປົກ​ປ້ອງ​ອະທິປະ​ໄຕ​ເຂດທະ​ເລ, ໝູ່​ເກາະ, ​ເຂດ​ໄຫຼ່​ທະວີບ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ​ເຂັ້ມ​ແຂງ. ບັນດາ​​ເອກະສານ, ວັດຖຸ​ພັນ​ໄດ້​ນຳ​ມາ​ວາງສະ​ແດງ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ທຳ​ທີ່​ເກັບ​ມາ​ໄດ້​ທັງ​ຢູ່​ພາຍ​​ໃນ ​ແລະ ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ທັງ​ຢູ່ ຈີນ, ປະກອບສ່ວນ​ພິສູດ​ໃຫ້​ເຫັນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ, ​ເຈື່ອງ​ຊາ.

 


ຂ່າວ/ບົດ​ອື່ນ