ງານວາງສະແດງ“ຮ່ວາງຊາ,ເຈືອງຊາຂອງຫວຽດນາມ”ພະຍານຫລັກຖານປະຫວັດສາດ

ງານວາງສະແດງ“ຮ່ວາງຊາ,ເຈືອງຊາຂອງຫວຽດນາມ”ພະຍານຫລັກຖານປະຫວັດສາດ - ảnh 1
ພາບປະກອບ:internet


(vovworld)- ​ແຕ່​ວັນ​ທີ 22/8-29/8,​ ຢູ່ຫໍ​ປະ​ຊຸມ​​​ທົງ​ເຍີ​ດ(ເອກະ​ພາບ) ນະຄອນ​ໂຮ່ຈິ​ມີນຈະ​ດຳ​ເນີນ​ງານ​ວາງສະ​ແດງ​ທີ່​ມີ​ຫົວ​ຂໍ້​ວ່າ: ຮ່ວາງ​ຊາ, ​ເຈື່ອງ​ຊາ ຂອງ​ຫວຽດນາມ- ບັນດາ​ພະຍານ​ຫລັກ​ຖານ​ປະຫວັດສາດ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສຳຄັນ​ເພື່ອ​ສະຫນອງ​ບັນດາ​ແຫ​ລ່ງ​ເອກະສານ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ​ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຢ່າ​ງ​ເປັນ​ລະບົບ ​ແລະ ຊັດ​ເຈນ. ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ງານ​ວາງສະ​ແດງ​ຈະ​ນຳ​ວາງສະ​ແດງ​ແຜນ​ທີ່ 150 ​ແຜ່ນ​ຂອງ​ຫວຽດນາມ, ​ແຜນ​ທີ່​ຂອງ​ຈີນ, ​ແຜນ​ທີ່​ຂອງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ຫນຶ່ງ ພ້ອມ​ກັບ​ເອກະສານ​, ວັດ​ຖຸພັນ, ສິ່ງ​ພິມ​ຫລາຍ​ຢ່າງ​. ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 16/8 ຢູ່ ນະຄອນ​ໂຮ່ຈິ​ມີນ, ທ່ານ ​ເລ​ວັນ​ງຽມ, ຫົວ​ຫນ້າ​ກົມ​ຖະ​ແຫລ​ງຂ່າວ-​ການ​ຕ່າງປະ​ເທດ, ຫົວຫນ້າ​ຄະນະ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ງານ​ວາງສະ​ແດງ​ຄັ້ງ​ນີ້​ແມ່ນ​ເຫດການ​ສຳຄັນ​ໃນ​ບັນຫາ​ໂຄສະນາ​ກ່ຽວ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ອະທິ​ປະ​ໄຕທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ. ຫວັງ​ວ່າຜູ້​ຊົມນັບ​ລ້ານ​ຄົນ​ຈະ​ໄດ້​ເຫັນ​ປະຈັກ​ຕາ​ບັນດາ​ຮູບ​ພາ​ບຢ່າງ​ມີ​ຊີວິດ​ຊີວາ ​ແລະ ຕົນ​ເອງ​ສາມາດ​ເຫັນ​ໄດ້​ວ່າ ຫວຽດນາມ ມີ​ພະຍານ​ຫລັກ​ຖານ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຢັ້ງຢືນ​ອະທິ​ປະ​ໄຕ​ຂອງ​ຕົນ​ສຳລັບ​ໝູ່​ເກາະ​ສອງ​ແຫ່ງ​ດັ່ງກ່າວ.”

ຂ່າວ/ບົດ​ອື່ນ