ງານວາງສະແດງ”ຮວ່າງຊາ,ເຈື່ອງຊາຂອງຫວຽດນາມ-ພະຍານຫລັກຖານປະຫວັດສາດທີ່ກອງບັນຊາການທະຫານເຮືອເຂດ1

ງານວາງສະແດງ”ຮວ່າງຊາ,ເຈື່ອງຊາຂອງຫວຽດນາມ-ພະຍານຫລັກຖານປະຫວັດສາດທີ່ກອງບັນຊາການທະຫານເຮືອເຂດ1 - ảnh 1
ງານ​ວາງ​ສະ​ແດງ "ຮ່​ວາງ​ຊາ, ເຈື່ອງ​ຊາ​ຂອງ​ຫວຽດ​ນາມ"

(vovworld)- ວັນ​ທີ 14/6, ທີ່ກອງ​ບັນ​ຊາ​ການ​ທະ​ຫານ​ເຮືອ​ເຂດ 1 ນະ​ຄອນ ຫາຍ​ຟ່ອງ, ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ໄດ້​ຈັດ​ຕັ້ງງານ​ວາງ​ສະ​ແດງ “ຮ່​ວາງ​ຊາ, ເຈື່ອງ​ຊາ​ຂອງ​ຫວຽດ​ນາມ - ບັນ​ດາ​ພະ​ຍານ​ຫລັກ​ຖານ​ປະ​ຫວັດ​ສາດ ແລະ​ນິ​ຕິ​ທຳ”. ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ບັນ​ດາ​ຮູບ​ພາບ ແມ່ນ​ພະ​ຍານ​ຫລັກ​ຖານ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ທີ່​ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ບັນ​ດາ​ເອ​ກະ​ສານ​ໂດຍ​ລາດ​ຊະ​ວົງ​ສັກ​ດີ​ນາ ຫວຽດ​ນາມ ປະ​ກາດ​ໃຊ້​ແຕ່​ສັດ​ຕະ​ວັດ​ທີ XVII ຮອດ​ສັດ​ຕະ​ວັດ​ທີ XX, ຢັ້ງ​ຢືນ ຫວຽດ​ນາມ ໄດ້​ກຳ​ນົດ ແລະ ປະ​ຕິ​ບັດ​ອະ​ທິ​ປະ​ໄຕ​ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ຢ່າງ​ຕໍ່​ເນື່ອງ, ແຜນ​ທີ່, ເອ​ກະ​ສານ, ຮູບ​ພາບ ແລະ ປື້ມ Atlas 4 ເຫລັ້ມ ໂດຍ ຈີນ​ພິ​ມ​ຈຳ​ຫນ່າຍ ແລະ Atlas ໂລກ 1 ຊຸດ ໂດຍ ລວມ​ມີ 6 ເຫລັ້ມ​ທີ່​ກ່ຽວ​ຂ້ອງ​ເຖິງ​ອະ​ທິ​ປະ​ໄຕ​ທະ​ເລ​ຂອງ​ຫວຽດ​ນາມ​ສຳ​ລັບ​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນຢັ້ງຢືນ​ອະ​ທິ​ປະ​ໄຕ​ສຳ​ລັບ 2 ໝູ່​ເກາະ​ດັ່ງ​ກ່າວ​ຂອງ​ຫວຽດ​ນາມ ກໍ​ຄື​ຫລັກ​ໝັ້ນ​ເປັນ​ທຳ​ຂອງ​ຫວຽດ​ນາມ ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ.

ຕອບກັບ

ຂ່າວ/ບົດ​ອື່ນ