ງານ​ວາງ​ສະ​ແດງ​ເຄື່ອງ​ໝາຍ​ການຄ້າ​ແຖວ​ໜ້າ​ໄທ ປີ 2019 ດຶງ​ດູດ​ວິ​ສາ​ຫະ​ກິດ ເກືອບ 250 ແຫ່ງ

(VOVWORLD) - Top Thai Brands ໄດ້ຈັດຕັ້ງເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ແລະ ໄທ ເພີ່ມທະວີການເຄື່ອນໄຫວສົ່ງເສີມການຄ້າ, ຂຸດຄົ້ນຄວາມສາມາດບົ່ມຊ້ອນຕະຫຼາດໃນພາກພື້ນ ອາຊຽນ

ງານ​ວາງ​ສະ​ແດງ​ເຄື່ອງ​ໝາຍ​ການຄ້າ​ແຖວ​ໜ້າ​ໄທ ປີ 2019 ດຶງ​ດູດ​ວິ​ສາ​ຫະ​ກິດ ເກືອບ 250 ແຫ່ງ - ảnh 1

ຕາງໜ້າບັນດາກະຊວງ, ຂະແໜງການ ຂອງ ຫວຽດນາມ ແລະ ໄທຕັດແຖບຜ້າໄຂງານວາງສະແດງ Top Thai Brands 2019 (ພາບ: ໝີເຟຶອງ/TTXVN)

        ງານວາງສະແດງເຄື່ອງໝາຍການຄ້າແຖວໜ້າໄທ ປີ 2019 (Top Thai Brands 2019)ໄດ້ດຳເນີນ ໃນລະຫວ່າງວັນທີ 9 -12 ພຶດສະພາ ໂດຍບໍລິສັດຫູ້ນສ່ວນໂຄສະນາ ແລະ ຕະຫຼາດນັດການຄ້າ VINEXAD ສົມທົບກັບຫ້ອງການຝ່າຍການຄ້າປະເທດໄທປະຈຳ ຫວຽດນາມ, ກົມສົ່ງເສີມການຄ້າສາກົນ(DITP) - ກະຊວງການຄ້າໄທຈັດຕັ້ງຢູ່ ສູນກອງປະຊຸມ ແລະ ງານວາງສະແດງ ໄຊງ່ອນ (SECC), ເມືອງ 7. ງານວາງສະແດງໄດ້ດຶງດູດວິສາຫະກິດ ເກືອບ 250 ແຫ່ງເຂົ້າຮ່ວມ ວາງສະແດງຜະລິດຕະພັນ.

        ທ່ານນາງ ຫງວຽນເວິນງາ, ຮອງຫົວໜ້າກົມປະຕິບັດງານທາງທິດໃຕ້ (ກະຊວງອຸດສາຫະກຳ ແລະ ການຄ້າ), ໃຫ້ຮູ້ວ່າ ໄທສືບຕໍ່ຮັກສາທີ່ຕັ້ງບົດບາດແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ໃນອາຊຽນ. ໃນຂະນະນັ້ນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ຂອງ ໄທ ໃນ ອາຊຽນ. ດ້ວຍສະພາບການຄືແນວນັ້ນ, Top Thai Brands ໄດ້ຈັດຕັ້ງເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ແລະ ໄທ ເພີ່ມທະວີການເຄື່ອນໄຫວສົ່ງເສີມການຄ້າ, ຂຸດຄົ້ນຄວາມສາມາດບົ່ມຊ້ອນຕະຫຼາດໃນພາກພື້ນ ອາຊຽນ. ເຫດການນີ້, ບໍ່ພຽງແຕ່ນຳມາເຊິ່ງໂອກາດໃນການດຳເນີນທຸລະກິດໃຫ້ແກ່ວິສາຫະກິດ ໄທ ເທົ່ານັ້ນ ຫາກຍັງ ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ຫວຽດນາມ ເຂົ້າເຖິງຕະຫຼາດ ໄທ ອີກດ້ວຍ, ປະກອບສ່ວຍນຳມາເຊິ່ງຜົນປະໂຫຍດ ແລະ ການຮ່ວມມື ລະຫວ່າງ ວິສາຫະກິດໄທ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ