ງານວາງສະແດງເອກະສານ, ວັດຖຸພັນກ່ຽວກັບ “ສາຍພົວພັນ ແບບພິເສດ ຫວຽດນາມ - ລາວ”

ງານວາງສະແດງເອກະສານ, ວັດຖຸພັນກ່ຽວກັບ “ສາຍພົວພັນ ແບບພິເສດ ຫວຽດນາມ - ລາວ” - ảnh 1
ໄຂງານ​ວາງສະ​ແດງ“ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ, 1962 - 2012”
( ພາບ: baoninhthuan.com.vn )

(vovworld) –     ງານ​ວາງສະ​ແດງ​ຮູບ​ພາບ, ເອກະສານ, ວັດຖຸ​ພັນ ​ແລະ ປຶ້ມທີ່​ດີ​ເດັ່ນ​​ກ່ຽວ​ກັບ “ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ, 1962 - 2012” ຫາ​ກໍ​ຈັດ​ຂຶ້ນ​ຢູ່​ຫໍພິພິດ​ຕະພັນ​ໂຮ່ຈິ​ມິນ​ ​ໃນ​ຕອນ​ບ່າຍ​ວັນ​ທີ 18/7. ມີຮູບ​ພາບ 100 ​​ແຜ່ນ, ເອກະສານ, ວັດຖຸ​ພັນ ​ໄດ້​ວາງສະ​ແດງ​ຢູ່​ງານ​ວາງສະ​ແດງ “ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ, ​ແຕ່​ປີ 1962 - 2012” ​ໄດ້​ແນະນຳ​ຕໍ່​ໝູ່​ມະຫາຊົນ​ກ່ຽວ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​​ໃນ​ຕະຫຼອດ​ໄລຍະທາງ​ແຫ່ງ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ໃຫ້​ແກ່​ປະ​ເທດ​ຊາດ ກໍ​ຄື​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ພິ​ເສດ​ຂອງ​ສອງພັກ, ສອງ​ຊາດ​ໃຫ້​ນັບ​ມື້​ນັບພັດທະນາ​ຢ່າງ​ໝັ້ນຄົງ.
ຂ່າວ/ບົດ​ອື່ນ