ງານວາງສະແດງເອກະສານ, ຮູບພາບກ່ຽວກັບປະຫວັດສາດ, ວັດທະນະທຳ, ດິນແດນ ແລະ ຊາວ ທັງລອງ - ຮ່າໂນ້ຍ

(VOVWORLD) - “ກຳແພງເມືອງເກົ່າ, ຄຸ້ມຖະໜົນເກົ່າ” ແລະ “ໂຮ່ເກືອມ, ເສັ້ນທາງລະຫວ່າງຕາເວັນອອກ - ຕາເວັນຕົກ”. ດ້ວຍເອກະສານ, ຮູບພາບ, ແຜນທີ່ປະມານ 180 ຢ່າງໄດ້ນຳມາວາງສະແດງເຊິ່ງຈະໄຂຂຶ້ນໃນວັນທີ 6 ຕຸລາ
ງານວາງສະແດງເອກະສານ, ຮູບພາບກ່ຽວກັບປະຫວັດສາດ, ວັດທະນະທຳ, ດິນແດນ ແລະ ຊາວ ທັງລອງ - ຮ່າໂນ້ຍ - ảnh 1ພາບປະກອບ
 
 

ເພື່ອສະເຫຼີມສະຫຼອງ 69 ປີແຫ່ງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (10/10/1954 – 10/10/2023), ສູນສຳເນົາເອກະສານແຫ່ງຊາດ I, ກົມສຳເນົາ ເອກະສານແຫ່ງລັດ (ກະຊວງພາຍໃນ) ຫວຽດນາມ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈັດ 2 ງານວາງສະແດງ, ດ້ວຍຫົວຂໍ້: “ກຳແພງເມືອງເກົ່າ, ຄຸ້ມຖະໜົນເກົ່າ” ແລະ “ໂຮ່ເກືອມ, ເສັ້ນທາງລະຫວ່າງຕາເວັນອອກ - ຕາເວັນຕົກ”. ດ້ວຍເອກະສານ, ຮູບພາບ, ແຜນທີ່ປະມານ 180 ຢ່າງໄດ້ນຳມາວາງສະແດງເຊິ່ງຈະໄຂຂຶ້ນໃນວັນທີ 6 ຕຸລາ, ຈະນຳມາໃຫ້ຜູ້ຊົມແງ່ມູມກ່ຽວກັບປະຫວັດສາດ, ວັດທະນະທຳ, ດິນແດນ ແລະ ຊາວ ທັງລອງ - ຮ່າໂນ້ຍ ໃນສະຕະວັດທີ XIX ຮອດກາງສະຕະວັດທີ XX.

        ຄຽງຄູ່ກັນນັ້ນ, ແຕ່ວັນທີ 5 – 31 ຕຸລາ, ທີ່ສູນຂໍ້ມູນຂ່າວສານ ວັດທະນະທຳ ໂຮ່ເກືອມ, ສູນສຳເນົາເອກະສານແຫ່ງຊາດ I ໄດ້ສົມທົບກັບຄະນະຄຸ້ມຄອງ ໜອງ ຮ່ວານກຽມ ແລະ ຖະໜົນເກົ່າ ຮ່າໂນ້ຍ ຈັດງານວາງສະແດງ “ໂຮ່ເກືອມ, ເສັ້ນທາງລະຫວ່າງຕາເວັນອອກ - ຕາເວັນຕົກ”. ຜ່ານງານວາງສະແດງນີ້, ຄະນະຈັດຕັ້ງຢາກແນະນຳເຖິງມະຫາຊົນກ່ຽວກັບການປ່ຽນແປງຂອງໂສມໜ້າ ຮ່າໂນ້ຍ ໃນໄລຍະທ້າຍສະຕະວັດທີ XIX ຮອດ ເຄິ່ງຕົ້ນສະຕະວັດທີ XX. ງານວາງສະແດງໄດ້ແບ່ງປັນ 3 ຫົວຂໍ້ຕົ້ນຕໍ, ນັ້ນແມ່ນ: ການປ່ຽນແປງໂສມໜ້າຂອງ ໂຮ່ເກືອມ, ການອະນຸລັກຮັກສາພື້ນທີ່ວັດທະນະທຳ ປະຫວັດສາດ ໂຮ່ເກືອມ, ໂຮ່ເກືອມ - ສູນການບໍລິການ ແລະ ວັດທະນະທຳບັນເທິງ.

ຕອບກັບ

ຂ່າວ/ບົດ​ອື່ນ