ງານ​ວາງ​ສະ​ແດງ​ເອ​ກະ​ສານກ່ຽວ​ກັບ “ບັນ​ດາ​ບົດ​ຂຽນ ແລະ ພາ​ລະ​ກິດ ຕໍ່​ສ​ູ​້​ປະ​ຕິ​ວັດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ”

(VOVWORLD) -  ຕອນຄ່ຳວັນທີ 14 ພະຈິກ, ໄດ້ດຳເນີນງານວາງສະແດງເອກະສານກ່ຽວກັບ “ບັນດາບົດຂຽນ ແລະ ພາລະກິດ ຕໍ່ສູ້ປະຕິວັດຂອງປະທານໂຮ່ຈີມິນ” ຢູ່ນະຄອນຫຼວງ ປາຣີ (ປະເທດຝລັ່ງ). 
ງານ​ວາງ​ສະ​ແດງ​ເອ​ກະ​ສານກ່ຽວ​ກັບ “ບັນ​ດາ​ບົດ​ຂຽນ ແລະ ພາ​ລະ​ກິດ ຕໍ່​ສ​ູ​້​ປະ​ຕິ​ວັດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ” - ảnh 1ບັນດາບົດຂຽນ ແລະ ພາລະກິດ ຕໍ່ສູ້ປະຕິວັດຂອງປະທານໂຮ່ຈີມິນ 

ທີ່ງານວາງສະແດງ, ບັນດາບົດຂຽນໃນພາລະກິດຕໍ່ສູ້ປະຕິວັດຂອງປະທານໂຮ່ຈີມິນ, ພິເສດໃນໄລຍະທີ່ເພີ່ນເຄື່ອນໄຫວປະຕິວັດຢູ່ ຝລັ່ງ, ໄດ້ແນະນຳເຖິງບັນດາຜູ້ເຂົ້າຮ່ວມ. ນີ້ຖືວ່າແມ່ນບັນດາເອກະສານອັນລ້ຳຄ່າ, ທີ່ນັກປະຫວັດສາດວິທະຍາ Alain Suscio ເກັບກຳ, ດ້ວຍການໜູນຊ່ວຍຂອງບັນດາສະມາຄົມຊາວ ຫວຽດນາມ ຢູ່ຝລັ່ງ, ບັນດາສູນສຳເອກະສານເນົາຢູ່ ຫວຽດນາມ ແລະ      ຝລັ່ງ. ທ່ານ Alain Suscio ໃຫ້ຮູ້ວ່າ:

        ປຶ້ມຫົວນີ້ສ້າງຄວາມສົນໃຈໃຫ້ແກ່ຜູ້ອ່ານແມ່ນບັນດາຜູ້ຢູ່ໃນເກນອາຍຸຊ່ຳຂ້າພະເຈົ້າ, ແລະ ຜູ້ມີອາຍຸສູງກ່ວາ. ເຂົາເຈົ້າຮູ້ຫຼາຍພໍສົມຄວນກ່ຽວກັບບັນດາການຕໍ່ສູ້ສະໜັບສະໜູນ ຫວຽດນາມ ຂອງປະຊາຊົນຝລັ່ງ. ປັດຈຸບັນເຂົາເຈົ້າລ້ວນແຕ່ມີອາຍຸສູງແລ້ວ ແຕ່ສຳລັບເຂົາເຈົ້າແລ້ວ ຊື່ ໂຮ່ຈີມິນນັ້ນແມ່ນຈະເວົ້າເຖິງສິ່ງໃດໜຶ່ງ. ຕໍ່ໄປ, ຂ້າພະເຈົ້າຫວັງວ່າ ຮູບເຄິ່ງຄີງຂອງປະທານໂຮ່ຈີມິນຈະດຶງດູດໄດ້ໄວໜຸ່ມ, ຍ້ອນວ່າປະທານໂຮ່ຈີມິນແມ່ນແບບຢ່າງທີີ່ດີໃຫ້ແກ່ທົ່ວໂລກ.

        ປຶ້ມ ໂຮ່ຈີມິນ - ບັນດາບົດຂຽນ ແລະ ພາລະກິດຕໍ່ສູ້ປະຕິວັດ” ໄດ້ຈຳໜ່າຍກ່ອນນີ້ 3 ເດືອນ (ເດືອນສິງຫາ 2019)ຢ່າງເປັນທາງການ. ຕັ້ງແຕ່ນັ້ນມາ, ທ່ານ Alain Suscio ໄດ້ຍາດແຍ່ງໂອກາດເພື່ອແນະນຳຜົນງານຂອງຕົນໃຫ້ຜູ້ອ່ານຊາວຝລັ່ງ, ແຕ່ລະເທື່ອ ເມືອຈັດຕັ້ງງານວາງສະແດງກໍ່ສາມາດດຶງດູດຜູ້ເຂົ້າຮ່ວມໄດ້ນັບຫຼາຍແສນຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ