ງານວາງສະແດງເອກະສານກ່ຽວກັບຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ ຢູ່ຕ່າງປະເທດ

ງານວາງສະແດງເອກະສານກ່ຽວກັບຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ ຢູ່ຕ່າງປະເທດ - ảnh 1
(ພາບປະກອບ: TTXVN)

​(vovworld) – ທ່ານ​ນາຍົກລັດຖະມົນຕີຫາ​ກໍ່ອະນຸມັດ​ແຜນການ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ບັນດາ​ເອກະສານກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່ 2 ໝູ່​ເກາະ ຮ່ວາງ​ຊາ, ​ເຈື່ອງ​ຊາ ​ໄລຍະ 2015 – 2017. ​ຈຸດໝາຍ​ຂອງ​ການຈັດ​ຕັ້ງ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​ເອກະສານ​ແມ່ນ​ເພື່ອ​ແນ​ໃສ່​ໂຄສະນາ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ 2 ໝູ່​ເກາະຮ່ວາງ​ຊາ, ​ເຈື່ອງ​ຊາ. ຜ່ານ​ບັນດາ​ເອກະສານ, ​ແຜນ​ທີ່, ພາບ​ຖ່າຍ, ວັດຖຸ​ພັນ ​ແລະ ບາງ​ສິ່ງ​ພິມທີ່​ພິມ​ຈຳໜ່າຍ ຢືນຢັນ​ຫຼັກ​ໝັ້ນ​ອັນຊອບ​ທຳ​ຂອງ​ຫວຽດນາມ, ຍົກ​ສູງ​ນ້ຳ​ໃຈ​ສາ​ມັກ​ຄີ, ໜ້າ​ທີ່​ຮັບຜິດຊອບ​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ, ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່ເກາະ​ຂອງ​ປະ​ເທດ​ຊາດ.

        ຕາມ​ແຜນການ, ​​ແຜນ​ທີ່ ​ແລະ ​ເອກະສານກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ 2 ໝູ່​ເກາະຮ່ວາງ​ຊາ, ​ເຈື່ອງ​ຊາ ຈະ​ໄດ້​ນຳ​ມາ​ວາງສະ​ແດງ​ຢູ່​ທຸກ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ​ແລະ ຢູ່ 4 ປະ​ເທດ​ແມ່ນ: ສ.ຝລັ່ງ, ສະຫະພັນ​ລັດ​ເຊຍ, ອາ​ເມ​ລິ​ກາ, ສ.​ເຊັກ​ໂກ, ຄາດ​ວ່າ​ໃນ​ຊຸມ​ປີ 2015, 2016 ​ແລະ 2017.

ຂ່າວ/ບົດ​ອື່ນ