ງານວາງສະແດງເອກະສານຮ່ວາງຊາ,ເຈືອງຊາບັນດາພະຍານຫຼັກຖານປະຫວັດສາດແລະນິຕິກຳ

ງານວາງສະແດງເອກະສານຮ່ວາງຊາ,ເຈືອງຊາບັນດາພະຍານຫຼັກຖານປະຫວັດສາດແລະນິຕິກຳ - ảnh 1
ງານວາງສະແດງເອກະສານຮ່ວາງຊາ,
ເຈືອງຊາບັນດາພະຍານຫຼັກຖານປະຫວັດສາດແລະນິຕິກຳ
(ພາບ: TTXVN)

(vovworld) - ວັນ​ທີ 29/03, ຢູ່​ເມືອງ​ເກາະ ກ໋າດ​ຫາຍ, ນະ​ຄອນ​ຫາຍ​ຟ່ອງ, ກະ​ຊວງຖະ​ແຫຼງ​ຂ່າວ ແລະ ສື່​ສານ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຫາຍ​ຟ່ອງ ຈັດ​ງານ​ວາງ​ສະ​ແດງ​ບັນ​ດາ​ເອ​ກະ​ສານ “​ຮ່​ວາງ​ຊາ, ເຈືອງ​ຊາ​ບັນ​ດາ​ພະ​ຍານ​ຫຼັກ​ຖານ​ປະ​ຫວັດ​ສາດ​ແລະ​ ນ​ິ​ຕິ​ກຳ”. ດ​້ວຍ​ບັນ​ດາ​​ສື່ສິ່​ງ​ພິມ, ເອ​ກະ​ສານ ພ້ອ​ມ​ກັບ​ແຜນ​ທີ 100 ແຜ່ນ, ງານ​ວາງ​ສະ​ແດງ​ໄດ້​ແບ່ງ​​ອອກເປັນ 11 ເນື້ອ​ໃນ​ຄື: ບັນ​ດາ​ເອ​ກະ​ສານ​​ດ້ວຍພາ​ສາ​ຈີນ - ຫວຽດ​ເດີມ, ເອ​ກະ​ສານດ້ວຍ​ພາ​ສາ​ຫວຽດ​ ແລະ ​ພາ​ສາຝ​ລັ່ງ ໂດຍ​ສະ​ໄ​ໝ​ສັກ​ດີ​ນາ​ຫວຽດ​ນາມ ແລະ ອຳ​ນາດ​ການ​ປົກ​ຄອ​ງ​ຝ​ລັ່ງ ຢູ່​ອິນ​ດູ​ຈີນ ປະ​ກາດ​ໃຊ້​ນັບ​ແຕ່​ຕົ້ນສະ​ຕະ​ວັດ​ທີ 17 ​ເຖິງຕົ້ນ​ສະ​ຕ​ະ​ວັດ​ທີ 20; ບັນ​ດາ​ເອ​ກະ​ສານບໍ​ລິ​ຫານ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ຫວຽດ​ນາມ​ສາ​ທາ​ລະ​ນະ​ພາກ​ໃຕ້​ຫວ​ຽດ​ນາມ ປະ​ກາດ​ໃຊ້​ໃນ​ໄລ​ຍະ 1954 – 1975; ບັນ​ດາ​ເອ​ກະ​ສານ​​ບໍ​ລິ​ຫານ​ຂອງ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ມາ​ຮ​ອດ​ປະ​ຈຸ​ບັນ. ບັນ​ດາ​ເອ​ກະ​ສານ, ວັດ​ຖຸ​ພັນ​ທີ່​​ນຳ​ມາວາງ​ສະ​ແດງ​ ແມ່ນບ​ັນ​ດາ​ພະ​ຍານ​ຫຼັກ​ຖານ​ດ້ານ​ປະ​ຫວັດ​ສາດ ແລະ ນິ​ຕິ​ກຳ​ສ່ວນ​ໜຶ່ງ ທີ່​ໄດ້​ເກ​ັບຮັກ​ສາ​ຢູ່​ພາຍ​ໃນ ແລະ ​ປະ​ເທດ​ຕ່າງໆໃນ​ໂລກ, ໃນ​ນັ້ນ​ມີ​ທັງ​ຂອງ​ຈີນ ​ອັນໄ​ດ້​ປະ​ກອບ​ສ່ວນ​ພິ​ສູດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ທີ່​ມີ​ຕໍ່​ເໝາະ​ເກາະ​ຮ່​ວາ​ງ​ຊາ ແລະ ເຈ​ື່ອງ​ຊາ. ເລື່ອງ​ຈັດ​ຕັ້ງງານ​ວາງ​ສະ​ແດງ​ກໍ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ, ຍົກ​ສູງ​ຄວາມ​ຮັບ​ຮູ້, ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພະ​ນັກ​ງານ ແລະ ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​​ນະ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ໝ​ູ່​ເກາະ, ໄຫຼ່​ທະ​ວີບ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ​ໃຫ້​ໝັ້​ນ​ຄົງ. ງານ​ວາງ​ສະ​ແດງ​ເປີດ​ປະ​ຕູ​ຮອດ​ວັນ​ທີ 01/04.

ຂ່າວ/ບົດ​ອື່ນ