ງານວາງສະແດງແຜນທີ່ ແລະ ເອກະສານກ່ຽວກັບ ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ

ງານວາງສະແດງແຜນທີ່ ແລະ ເອກະສານກ່ຽວກັບ ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 16/01, ຢູ່​ສູນ​ກອງ​ປະຊຸມ​ແຂ​ວງບິ່ງ​ທ້ວນ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ບິ່ງ​ທ້ວນ ​ໄຂ​ງານ​ວາງສະ​ແດງແຜນ​ທີ່ ​ແລະ ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ ຂອງ​ຫວຽດນາມ - ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ກົດໝາຍ”. ມີ​ແຜນ​ທີ່​​ເກືອບ 100 ​ແຜ່ນ ​ແລະ ​ເອກະສານ, ວັດຖຸ​ພັນຫຼາຍຢ່າງ​ທີ່​ນຳ​ມາ​ວາງສະ​ແດງ​​ໃນ​ຄັ້ງ​ນີ້ ແມ່ນ​ພະຍານ​ຫຼັກ​ຖານ​ທີ່​ໝັ້ນຄົງ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ງານ​ວາງສະ​ແດງ​ລວມມີ​ເອກະສານ​ໂດຍ​ລາດຊະ​ວົງ​ສະ​ໄໝ​ສັກ​ດີ​ນາ​ຫວຽດນາມ ​ແລະ ອຳນາດ​ການ​ປົກຄອງ​ຝລັ່ງຢູ່​ອິນດູຈີນ, ທີ່ຕາງໜ້າລັດ​ຫວຽດນາມ ​ໃນ​ສະ​ໄໝ​ນັ້ນປະກາດ​ແຕ່​ສະຕະວັດ​ທີ່ 17 ຫາ​ຕົ້ນ​ສະຕະວັດ​ທີ 20, ຢືນຢັນ​ວິວັດ​ການ​ກຳນົດ, ປະຕິບັດ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕຢ່າງ​ຕໍ່​ເນື່ອງ​ຂອງ​ຫວຽດນາມ ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ພິ​ເສດ​ທີ່​ງານ​ວາງສະ​ແດງ​ຍັງ​ມີ​ບັນດາ​ເອກະສານ​​ແຕ່ສະ​ໄໝ​ລາດ​ຊະ​ວົງຫງວຽນ ທີ່ປະກາດເຖິງ​ບັນຫາ​ຂຸດ​ຄົ້ນ, ຄຸ້ມ​ຄອງ 2 ໝູ່​ເກາະ; ບັນດາ​ເອກະສານ​​ແຕ່ໄລຍະປີ 1954 – 1975 ​ແລະ ​ແຕ່​ປີ 1975 ມາ​ຮອດ​ປະຈຸ​ບັນ ກ່ຽວ​ກັບ​ການສືບ​ຕໍ່ຢືນຢັນ​​ປະຕິບັດ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕຂອງ​ຫວຽດນາມ ສຳລັບ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

ຂ່າວ/ບົດ​ອື່ນ