ງານວາງສະແດງແຜນທີ່ ແລະ ເອກະສານວັດຖຸພັນຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ ຢູ່ແຂວງ ບາກລຽວ

(VOVWORLD) - ວັນທີ 16 -18 ສິງຫາ 2017, ຢູ່ສູນບໍລິຫານເທດສະບານຕາແສງ ຢ໋າຣາຍ, ແຂວງ ບາກລຽວ, ໄດ້ຈັດຕັ້ງງານວາງສະແດງ ແຜນທີ່ ແລະ ເອກະສານວັດຖຸພັນ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”.
ງານວາງສະແດງແຜນທີ່ ແລະ ເອກະສານວັດຖຸພັນຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ ຢູ່ແຂວງ ບາກລຽວ - ảnh 1 ຫຼາຍຄົນເຂົ້າຮ່ວມງານວາງສະແດງ

ງານວາງສະແດງໄດ້ນຳມາວາງສະແດງແຜນທີ່, ຮູບພາບ 150 ຢ່າງຂອງ ຫວຽດນາມ, ຈີນ ແລະ ບັນດາປະເທດຝ່າຍຕາເວັນຕົກ. ໃນນັ້ນ, ແຜນທີ່ ຫວຽດນາມ (ສະຕະວັດທີ 16 -19) ໄດ້ຮັບຮູ້ອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ; ແຜນທີ່ໄດ້ພິມຈຳໜ່າຍ ຢູ່ຝ່າຍຕາເວັນຕົກ (ສະຕະວັດທີ 16 -19) ໄດ້ຮັບຮູ້ອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ; ແຜນທີ່ ຈີນ ໂດຍລັດ ຈີນ ພິມຈຳໜ່າຍ (ສະຕະວັດທີ 16 – 20) ຮັບຮູ້ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ແມ່ນບໍ່ຂຶ້ນກັບ ຈີນ. ງານວາງສະແດງກໍ່ໄດ້ວາງສະແດງແມ່ພິມດ້ວຍໄມ້ໃນສະໄໝລາດຊະວົງຫງວຽນ, ເອກະສານຂອງຕ່າງປະເທດເອກະສານ, ຮູບພາບ, ວັດຖຸພັນ…, ບັນດາສິ່ງພິມ ແລະ ບົດໂຄສະນາກ່ຽວກັບທະເລ, ໝູ່ເກາະ, ໄດ້ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.

ຕອບກັບ

ຂ່າວ/ບົດ​ອື່ນ