ງານວາງສະແດງແຜນທີ່,ເອກະສານວັດຖຸພັນ”ຮວ່າງຊາ,ເຈືອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”

ງານວາງສະແດງແຜນທີ່,ເອກະສານວັດຖຸພັນ”ຮວ່າງຊາ,ເຈືອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ” - ảnh 1
(ງານວາງສະແດງແຜນທີ່,ເອກະສານວັດຖຸພັນ”ຮວ່າງຊາ, ເຈືອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”)

(vovworld) - ​​​ ງານ​ວາງ​ສະ​ແດງ​ແຜນ​ທີ່, ເອ​ກະ​ສານວັດ​ຖຸ​ພັນ ”ຮ​ວ່າງ​ຊາ, ເຈືອງ​ຊາຂອງ​ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​​ປະ​ຫວັດ​ສາດ ແລະ ນິ​ຕິ​​ທຳ” ໂດຍ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ ສົມ​ທົບ​ກັບ​ກອງ​ບັນ​ຊາ​ການ​​ທະ​ຫານນະ​ຄອນຫຼວງ​ຈັດ​ຕັ້ງ, ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/11 ຢູ່​ຮ່າ​ໂນ້ຍ. ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ແນະ​ນຳ​​​ບັນ​ດາເອ​ກະ​ສານວັດ​ຖຸ​ພັນ, ​ປຶ້ມ​ວັນ​ນະ​ຄະ​ດີ ແລະ ແຜນ​ທີ່ ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ການ​ຂຸດ​ຄົ້​ນ, ການຄຸ້ມ​ຄອງ, ການ​ສ້າງ​ຕັ້ງ ແລະ ປະ​ຕິ​ບັດ​ອະ​ທິ​ປະ​ໄຕ​ສຳ​ລັບສອງ​ໝູ່​ເກາະ ຮ​ວ່າງ​ຊາ ແລະ ເຈື່ອງ​ຊາ ​​ໃນ​ສະ​ໄໝ​ລາ​ຊະ​ວົງ ຫງວຽນ ( 1802-1945 ).

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ, ທ່ານ ເຈືອງ​ມິງ​ຕ໋ວນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ ຢັ້ງ​ຢືນ​ວ່າ:

        “ ງານ​ວາງ​ສະ​ແດງ​ໄດ້​ປະ​ກອບ​ສ່ວນຢັ້ງ​ຢືນຫຼັກ​ໝັ້ນ​​​ອັນເປັນ​ທຳ​ ຂອງ​ຫວຽດ​ນາມ, ຍົກ​ສູງນ້ຳ​ໃຈ​ສາ​ມັກ​ຄີ, ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຊົນ​ພາຍໃນ​ປະ​ເທດ, ຊາວ​ຫວຽດ​ນາມ​ທີ່​ດຳ​ລົງ​ຊີ​ວິດ​ຢູ່ຕ່າງ​ປະ​ເທດ ໃນ​ການ​ປົກ​​ປັກ​ຮັກ​ສາອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ. ພ້ອມ​ກັນ​ນັ້ນ,       ງານ​ວາງ​ສະ​ແດງ​ຍັງ​ຊ່ວຍ​ໃຫ້​ເພື່ອນມິດ​ສາ​ກົນ​  ເຂົ້າ​ໃຈ​ປະ​ຫວັດ​ສາດ​ທີ່​ມີ​

ມູ​ນຄວາມ​ຈິງ, ເຂົ້າ​ໃຈ​ເຖິງ​​ຄວາມມຸ່ງ​ມາດ​ປາຖະ​ໜາ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ໃນ​ພາກ​ພື້ນ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ”.

        ງານ​ວາງ​ສະ​ແດງ​ຈະ​ດຳ​ເນີນ​ໄປ​ຈົນຮອດ​ວັນ​ທີ 24/11 ຈຶ່ງ​ອັດ​ລົງ.

ຂ່າວ/ບົດ​ອື່ນ