ງານວາງສະແດງແຜນທີ່ແລະວັດຖຸພັນເອກະສານຮ່ວາງຊາ,ເຈື່ອງຊາຂອງຫວຽດນາມຢູ່ບິ່ງເຢືອງ

ງານວາງສະແດງແຜນທີ່ແລະວັດຖຸພັນເອກະສານຮ່ວາງຊາ,ເຈື່ອງຊາຂອງຫວຽດນາມຢູ່ບິ່ງເຢືອງ - ảnh 1
ງານ​ວາງ​ສະ​ແດງ​ແຜນ​ທີ່​ແລະ​ວັດ​ຖຸ​ພັ​ນເອ​ກະ​ສານຮ່​ວາງ​ຊາ,ເຈື່ອງ​ຊາ​ຂອງ​ຫວຽດ​ນາ​ມ
(ພາບ: TTXVN)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 07/06, ຢູ່​ແຂວງ ບິ່ງ​ເຢືອງ ໄດ້​ໄຂ​ງານ​ວາງ​ສະ​ແດງ​ແຜນ​ທີ່​ແລະ​ເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ​ຂອງ​ຫວຽດ​ນາ​ມ - ບັນ​ດາ​ພະ​ຍາ​​ນ​ຫຼັກ​ຖານ​ປະ​ຫວັດ​ສາດ​ ແລະ ​​ນິ​ຕິ​ທຳ” ຢູ່​ບິ່ງ​ເຢືອງ. ງານ​ວາງ​ສະ​ແດງ​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​​ປະ​ກອບ​ສ່ວນຍົກ​ສູງ​ຄວ​າມ​ຮັບ​ຮູ້, ນ້ຳ​ໃຈ​ສາ​ມັກ​ຄີ, ​ສະ​ຕິຄວາມ​ຮັບ​ຜິ​ດ​ຊອບ​ຂອງ​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ພິ​ເສ​ດ​ແມ່ນ​ໄວ​ໜຸ່ມ​ທຸກ​ຊັ້ນ​ວັນ​ນະ ໃນ​ການ​ປົກ​ປັກ​ຮັກ​ສາ ແລະ ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ຜ່ານ​ບັນ​ດາ​​ອັດ​ຖ​ຸ​ພັນເອ​ກະ​ສານ​ປະ​ຫວັດ​ສາດ​ທີ່​ໄດ້​ປະ​ກາດ. ງານ​ວາງ​ສະ​ແດງ​​ລວມ​ມີ​​ເອກະ​ສານ, ວັດ​ຖຸ​ພັ​ນ, ແຜ່​ນ​ພິມ​ຫຼາຍ​ແຜ່ນ ແລະ ແຜນ​ທີ່​ເກືອບ 100 ແຜ່ນທີ່ໄດ້​ນຳ​ມາ​ວາງ​ສະ​ແດງ ແມ່ນ​ການ​ເຕົ້າ​ໂຮມ​ຈາກ​ບັນ​ດາ​ແຫຼ່ງ​ເອ​ກະ​ສານ​​ວັດ​ຖຸ​ພັ​ນທີ່​ໄດ້​ປະ​ກາດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ​ຂອງ​ບັນ​ດາ​ນັກຄົ້ນ​ຄວ້າ, ນັກ​ຮຽນ​ຮູ້​​ທັງ​ຢູ່ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ນອກນັ້ນ​ຍັງ​ມີ​ແ​ຜນ​ທີ່ 65 ແຜ່ນ​ໄດ້​ພິ​ສູດ​ໃຫ້​ເຫັນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ທີ່​ມີ​ຕໍ່​ໝູ່​ເກາະ ​ຮ່ວາງ​ຊາ ແລະ ເຈື່ອງ​ຊາ ໂດຍ​ຫວຽດ​ນາມ, ຝ່າຍ​ຕາ​ເວັນ​ຕ​ົກ ປະ​ກາດ​ແຕ່​ສະ​ຕະ​ວັດ​ທີ 17 ມາ​ຮອດ​ປະ​ຈຸ​ບັນ. ງານ​ວາງ​ສະ​ແດງ​ຈະ​ດຳ​ເນີນ​ຮອດ​ວັນ​ທີ 11/06.

ຂ່າວ/ບົດ​ອື່ນ