ງານວາງສະແດງແຜນທີ່ແລະວັດຖຸເອກະສານ“ຮ່ວາງຊາ,ເຈື່ອງຊາ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”

ງານວາງສະແດງແຜນທີ່ແລະວັດຖຸເອກະສານ“ຮ່ວາງຊາ,ເຈື່ອງຊາ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ” - ảnh 1
ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານ ແນະນຳບັນດາເອກະສານກ່ຽວກັບຮ່ວາງຊາ, ເຈື່ອງຊາ

(vovworld) – ​ວັນ​ທີ 2/3, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫາຍ​ຟ່ອງ ຈັດ​ຕັ້ງ​ພິທີ​​ໄຂ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​ວັດ​ຖຸເອກະສານ  “ຮ່ວາງ​ຊາ, ​ເຈື່ອງ​ຊາ - ບັນດາ​ພະຍານ​ຫຼັກ​ຖານ​ປະ​ຫວັດ​ສາດ ​ແລະ ນິຕິ​ທຳ”. ດ້ວຍ​ເອກະສານ, ສິ່ງ​ພິມ ​ແລະ ​ແຜນ​ທີ 100 ​ແຜ່ນ, ງານ​ວາງສະ​ແດງ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ເນື້ອ​ໃນ 11 ປະການ. ບັນດາ​ເອກະສານ​ນີ້​ລ້ວນ​ແຕ່​ຢັ້ງຢືນ​ວິວັດ​ການ​ຄຸ້ມ​ຄອງ​ດ້ານ​ບໍລິຫານ, ການປະຕິບັດ ​ແລະ ປົກ​ປັກ​ຮັກສາ​ອະທິປະ​​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ, ​ເຈື່ອງ​ຊາ. ​ຜ່ານ​ງານ​ວາງສະ​ແດງ, ​ເພື່ອ​ນມິດສາ​ກົນ, ​ໃນ​ນັ້ນ​ທັງ​ມີ​ຊາວ ຈີນ ຈະ​ເຂົ້າ​ໃຈ​ສະພາບ​ຕົວ​ຈິງ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປະ​ຈຸ​ບັນ, ກໍ​ຄື​​ເຂົ້າ​ໃຈ​ໄດ້​​ເຖິງຄວາມ​ມຸ່ງ​ມາດ​ປາດ​ຖ​ະໜາ​ອັນເປັນ​ທຳ​ຂອງ​ພັກ, ລັດ​ ​ແລະ ປະຊາຊົນ ຫວຽດນາມ ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ງານ​ວາງສະ​ແດງ​ໄດ​້ຮັບ​ການຈັດ​ຕັ້ງ​ຮອດ​ວັນ​ທີ 6/3, ຢູ່​ຫໍພິພິຕະພັນ ຫາຍ​ຟ່ອງ ​ແລະ ​ເມືອງ​ເກາະ ກາດ​ຫາຍ ​ແຕ່​ວັນ​ທີ 29/3 – 1/4.


ຂ່າວ/ບົດ​ອື່ນ