ງານວາງສະແດງແຜນທີ່ແລະວາງສະແດງວັດຖຸເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ”ຢູ່ຢາລາຍ

ງານວາງສະແດງແຜນທີ່ແລະວາງສະແດງວັດຖຸເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ”ຢູ່ຢາລາຍ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 17/03, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່​ສານ​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຢາ​ລາຍ ຈັດ​ຕັ້ງ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ວາງສະ​ແດງ​ວັດຖຸ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນາມ - ດ້ວຍ​ບັນດາພະຍາ​ນຫລັກ​ຖານ​ປະຫວັດສາດ ​ແລະ ນິຕິ​ກຳ”. ງານ​ວາງສະ​ແດງ​​ໄດ້ສະ​ແດງ​ເອກະສານ, ວັດຖຸ​ພັນ, ປຶ້ມ​ວັນນະຄະດີຫລາຍ​ສະບັບ ​ແລະ ​ແຜນ​ທີ່​ເກືອບ 100 ​ແຜ່ນ​ຂອງ​ບັນດາ​ນັກ​ຄົ້ນຄວ້າ, ນັກຮຽນ​ຮູ້​ພາຍ​ໃນ​ປະ​ເທດ ​ແລະ ສາກົນ; ບາງ​ວັດ​ຖຸ​ເອກະສານ, ປຶ້ມ​ວັນນະຄະດີ​​ໂດຍ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກຮຽບຮຽງ ​ແລະ ພິມ​ຈຳໜ່າຍ​ແຕ່​ສະຕະວັດ​ທີ 18 ​ເຖິງ​ສະ​ຕະວັດທີ 19. ປະກາດ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ພິ​ເສດ​ແມ່ນ​ວາງສະ​ແດງ​ແຜນ​ທີ່ (Atlas) 4 ຊຸດ ​ແລ​ະ ​ແຜນ​ທີ່ 30 ​ແຜ່ນ​ໂດຍລັດ ​ຈີນ ສະ​ໄໝ​ຕ່າງ​ໆ ພິມ ​ແລະ ​ຈຳໜ່າຍ​ຜ່ານ​ບັນດາ​ໄລຍະ​ປະຫວັດ​ສາດ​ຢ່າງ​ເປັນ​ທາ​ງການ, ຊຶ່ງສະ​ແດງ​ໃຫ້​ເຫັນວ່າ ຈີນ ບໍ່​ຄຸ້ມ​ຄອງ 2 ໝູ່​ເກາະ ​ເຈື່ອງຊາ ​ແລະ ຮ່ວາງ​ຊາ. ບັນດາ​ແຜນ​ທີ່ ​ແລະ ວັດ​ຖຸ​ເອກະສານ​ທີ່ໄດ້​ນຳ​ມາວາງສະ​ແດງ​​ແມ່ນ​ສ່ວນ​ໜຶ່ງຂອງ​ພະຍານ​ຫຼັກ​ຖານທາງ​ປະຫວັດສາດ ​ແລະ ພື້ນຖານ​ດ້ານ​ນິຕິ​ກຳສະ​ແດງ​ໃຫ້​ເຫັນ​ອຳນາດອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ 2 ​ໝູ່​ເກາະ ຮ່ວາງ​ຊາ ​ແລ​ະ ​ເຈື່ອງ​ຊາ.

 

ຂ່າວ/ບົດ​ອື່ນ