ງານວາງສະແດງແຜນທີ່ແລະເອກສານໝູ່ເກາະຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ

ງານວາງສະແດງແຜນທີ່ແລະເອກສານໝູ່ເກາະຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ - ảnh 1
ງານ​ວາງ​ສະ​ແດງ​ແຜນ​ທີ່​ແລະ​ເອກ​ສານ​ໝູ່​ເກາະ​ຮ່​ວາງ​ຊາ,ເຈື່ອງ​ຊາ​ຂອງ​ຫວຽດ​ນາມ
ຢູ່​ສູນ​ປະ​ຊຸມ​ເມືອງ ຕິ້ງ​ຢາ, ແຂວງ ແທງ​ຮ໋​ວາ
(ພາບ: vanhoadoisong.vn)


(vovworld) - ​​​ ​​​ໃນ​ລະ​ຫວ່າງວັນ​ທີ 13 - 14/10, ຢູ່​ສູນ​ປະ​ຊຸມ​ເມືອງ ຕິ້ງ​ຢາ, ແຂວງ ແທງ​ຮ໋​ວາ ໄດ້​ຈັດ​ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ ຂອງ​ຫວຽດ​ນາມ ບັນ​ດາ​ພະ​ຍານ​ຫຼັກ​ຖານ​ປະ​​ວັດ​ສາດ”. ງານ​ວາງ​ສະ​ແດງ ໄດ້​ແນະ​ນຳ​ບັນ​ດາ​ເອ​ກະ​ສານ, ວັດ​ຖຸ​ພັນ, ສິ່ງ​ພິມ ແລະ ແຜນ​ທີ່​ເກ​ືອບ 100 ແຜ່ນ ແມ່ນ​ໄດ້​ສະ​ສົມ​ຈາກ​ບັນ​ດາ​ແຫຼ່ງ​ເອ​ກະ​ສານ​ທີ່​ໄດ້​ຮັບ​ການ​ປະ​ກາດ​ແລ້ວ ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັ​ນ ຂອງ​ບັນ​ດາ​ນັກ​ຄົ້ນ​ຄວ້າ, ນັກ​ຮຽນ​ຮູ້​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ກ່ຽວ​ກັບ 2 ໝູ່​ເກາ​ະ​ຮ່​ວາ​ງ​ຊາ ແລະ ເຈ​ື່ອງ​ຊາ ຂອງ​ຫວຽດ​ນາມ; ກຸ່ມ​ເອ​ກະ​ສານ, ວັດ​ຖຸ​ພັນ, ພາບ​ຖ່າຍ ກ່ຽວ​ກັບ​ພາ​ລະ​ກິດ​ປະ​ຕິ​ບັດ​ອະ​ທິ​ປະ​ໄຕ ແລະ ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕໝູ່​ເກາະ​ຮ່​ວາງ​ຊາ, ເຈື່ອງ​ຊາ. ນີ້​ແມ່ນ​ບັນ​ດາ​ພະ​ຍານ​ຫຼັກ​ຖານ​ທີ່​ໝັ້ນ​ຄົງ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະຮ່​ວາ​ງ​ຊາ ແລະ ເຈ​ື່ອງ​ຊາ.

ຂ່າວ/ບົດ​ອື່ນ