ງານວາງສະແດງແຜນທີ່ແລະເອກະສານກ່ຽວກັບໝູ່ເກາະຮ່ວາງຊາ-ເຈື່ອງຊາຂອງຫວຽດນາມ

ງານວາງສະແດງແຜນທີ່ແລະເອກະສານກ່ຽວກັບໝູ່ເກາະຮ່ວາງຊາ-ເຈື່ອງຊາຂອງຫວຽດນາມ - ảnh 1
ງານ​ວາງສະ​ແດງ​ແຜນ​ທີ່ກ່ຽວ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຊື່ອງ​ຊາ​
photo:vnexpress.net

(vovworld)-ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​ເອກະສານ​ກ່ຽວ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຊື່ອງ​ຊາ​ຂອງ​ຫວຽດນາມ-​ພະຍານ​ຫລັກ​ຖານ​ປະຫວັດສາດ ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/12 ຢູ່ ຮ່າ​ໂນ້ຍ. ທີ​່ງານ​ວາງສະ​ແດງ, ຄະນະ​ຈັດ​ຕັ້ງ​ໄດ້​ແນະນຳ​ບັນດາ​ເອກະສານ​ກ່ຽວຂ້ອງ​ເຖິງ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຊື່ອງ​ຊາ. ບັນດາ​ເນື້ອ​ໃນ​ພື້ນຖານ​ແມ່ນ​ສຸມ​ໃສ່​ໄລຍະ​ຕົ້ນ​ສັດຕະວັດ​ທີ XVII ຮອດ​ທ້າຍ​ສັດຕະວັດ​ທີ XIX ​ແມ່ນ​ໄລຍະ​ຫວຽດນາມ ຢືນຢັນ ​ແລະ ປະຕິບັດ​ອະທິປະ​ໄຕ​ຂອງ​ຕົນ​ຢູ່ ຮ່ວາງ​ຊາ ​ແລະ ​ເຈື່ອງຊາ ​ແລະ ​ແຜນ​ທີ່​ຫວຽດນາມ​ທີ່​ຫາ​ກໍ່​ໄດ້​ປະກາດ​ໃຊ້. ຍອດ​ຈຳນວນ​ແຜນ​ທີ່ ​ແລະ ​ເອກະສານ​ນຳ​ມາ​ວາງສະ​ແດງ​ຄັ້ງ​ນີ້​ລວມມີ: ​ແຜນ​ທີ່ 58 ​ແຜ່​ນ, ​ ເອກະສານ  33 ສະບັບ, ປື້​ມ 31 ​ຫົວ ​ແລະ ບົດ​​ເສັງ​ກ່ຽວ​ກັບ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

ຂ່າວ/ບົດ​ອື່ນ