ງານວາງສະແດງແຜນທີ່ແລະເອກະສານຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ,ບັນດາພະຍານຫຼັກຖານປະຫວັດສາດ

ງານວາງສະແດງແຜນທີ່ແລະເອກະສານຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ,ບັນດາພະຍານຫຼັກຖານປະຫວັດສາດ - ảnh 1
(ການ​ປະ​ຊຸ​ມ​ຂ່າວກ່ຽວ​ກັບງານ​ວາງ​ສະ​ແດງ)

(vovworld) - ງານ​ວາງ​ສະ​ແດງແຜນ​ທີ່​ແລະ​ເອ​ກະ​ສານ​ “ຮ່​ວາງ​ຊາ,ເຈື່ອງ​ຊາ​ຂອງ​ຫວຽດ​ນາມ,ບັນ​ດາ​ພະ​ຍານ​ຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ໂດຍ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ບິ່ງ​ດິ້ງ ຈັດ​ຕັ້ງ​ຢູ່​ນະ​ຄອນ ກຸຍ​ເຍີນ, ແຂວງ ບິ່ງດິ້ງ. ງານ​ວາ​ງ​ສະ​ແດງ​ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 03 – 07/08, ໄດ້​ວາງ​ສະ​ແດງ​ແຜນ​ທີ່​ເກືອບ 100 ແຜ່ນ, ພ້ອມ​ກັບ​ບັນ​ດາ​ເອ​ກະ​ສານ, ວັດ​ຖຸ​ພັນ, ສິ່ງ​ພິມທີ່​ໄດ້​ເຕົ້າ​ໂຮມ​ຈາກ​ບັນ​ດາ​ແຫຼ່ງ​ເອ​ກະ​ສານ​ທີ່​ໄດ້​ປະ​ກາດ​ນັບ​ແຕ່ກ່ອນ​ມາ​ຮອດ​ປະ​ຈຸ​ບັນ​ຂອງ​ບັນ​ດາ​ນັກ​ຄົ້ນ​ຄ້ວາ, ນັກ​ຮຽ​ນ​ຮູ້​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ບັນ​ດາ​ແຜນ​ທີ່ ແລະ ​ເອ​ກະ​ສານແມ່ນ​ສ່ວນ​ໜຶ່ງ​ຂອງ​​ພະ​ຍານ​ຫຼັກ​ຖານປະ​ຫ​ວັດ​ສາດ ແລະ ພື້ນ​ຖານ​ນິ​ຕິ​​ທຳທີ່​ໄດ້ພິ​ສູດ​ໃຫ້​​ເຫັນ​ອະ​ທິ​ປະ​ໄຕຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ບັນ​ດາ​ເອ​ກະ​ສານ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ບັນ​ດາ​ລັດ​ຫວຽດ​ນາມ ນັບ​ແຕ່​ສະ​ໄໝ​ສັກ​ດີ​ນາ​ມາ​ຮອດ​ປະ​ຈຸ​ບັ​ນ, ໄດ້​ບຸກ​ເບີກ​ພື້ນ​ທີ່, ​ກຳ​ນົດ, ປະ​ຕິ​ບັດ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊ​າ ແລະ ບັນ​ດາ​ເຂດ​ທະ​ເລ, ໝູ່ເ​ກາະ​ອື່ນ​ຂຶ້ນ​ກັບ​​ຜື້ນ​ແຜ່ນ​ດິນ​ຂອງ​ຫວຽດ​ນາມ.

        ໃນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແຄ໋ງ​ຮ່​ວາ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ກ່ຽ​ວ​ຂ້ອງຂອງ​ແຂວງ, ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນ​ຫາ​ກ່​ຽ​ວ​ຂ້ອງ​ເຖິງສະ​ຖາ​ປັດ​ຕະ​ຍາ​ກຳ​ຂອງ​ໂຄງ​ການ​ເຂດລ້ຽງ, ​ອະ​ນຸ​ລັກ​ຮັກ​ສາ​ສິ່ງ​ທີ່​ມີ​ຊີ​ວິດ​ຢູ່​ທະ​ເລ ແລະ ວາງ​ສະ​ແດງວັດ​ຖຸພັນ​ກ່ຽວ​ກັ​ບ​ຮ່​ວາງ​ຊາ - ເຈື່ອງ​ຊາ.

ຂ່າວ/ບົດ​ອື່ນ