ງານວາງສະແດງແຜນທີ່ແລະແນະນຳເອກະສານ“ຮ່ວາງຊາ-ເຈື່ອງຊາຂອງ ຫວຽດນາມ”

ງານວາງສະແດງແຜນທີ່ແລະແນະນຳເອກະສານ“ຮ່ວາງຊາ-ເຈື່ອງຊາຂອງ ຫວຽດນາມ” - ảnh 1
(ພາບປະກອບ)

(vovworld) – ​ ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​​ແນະນຳເອກະສານ “ຮ່ວາງ​ຊາ - ​ເຈື່ອງ​ຊາຂອງ ຫວຽດນາມ ດ້ວຍ​ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາ​ດ​ແລະ​ນິຕິ​ກຳ” ຢູ່​ແຂວງ ບັກ​ກ້ານ ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 29/12/2016 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ບັກ​ກ້ານ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໂຄສະນາ​ທີ່ສຳຄັນ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້, ນ້ຳ​ໃຈ​ສາມັກຄີ ສະຕິ​ຮັບຜິດຊອບ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ແຂວງ ບັກ​ກ້ານ ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ 2 ​ໝູ່​ເກາະ ຮ່ວາງ​ຊາ - ​ເຈື່ອງ​ຊາ ​ໂດຍ​ຜ່ານ​ບັນດາ​ເອກະສານ​ປະຫວັດ​ສາດ​ ​ເຊິ່ງ​ໄດ້​ຮັບ​ການ​ປະກາດ. ທ່ານ ຫງວຽນ​ວັນ​ຕ້າວ ຮອງ​ຫົວໜ້າ​ກົມຖະ​ແຫຼ​ງຂ່າວຮາກ​ຖານ (ກະຊວງ​ຖະ​ແຫຼ​ງ ​ແລະ ສື່ສານ) ​ໃຫ້​ຮູ້​ວ່າ:

        “ງານ​ວາງສະ​ແດງ​ຄັ້ງ​ນີ້ ​ແນະນຳ 4 ຮູບ​ການ. ທີ 1 ​ແມ່ນ​ເອກະສານ, ທີ 2 ​ແມ່ນ​ບັນດາ​ເອກະສານ​ແຜນ​ທີ່, ທີ 3 ​ແມ່ນ​ບັນດາ​ເອກະສານ​ຮູບພາບ. ທີ 4 ​ແມ່ນ​ບາງ​ກິດຈະກຳ​ຄົ້ນຄວ້າ​ພິມ​ຈຳ​ໜ່າຍ. ນອກ​ນັ້ນ ພວກ​ຂ້າພະ​ເຈົ້າ​ກໍ່​ວາງສະ​ແດງ​ກ່ຽວ​ກັບ​ວິວັດ​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ​ຂອງ​ແຂວງ ບັກ​ກ້ານ ​ໃນ 20 ປີຜ່ານມາ. ບາງ​ຮູບ​ພາບ​ກ່ຽວ​ກັບ​ອົງຄະ​ນະ​ພັກ ອຳນາດ​ການ​ປົກຄອງ​ແຂວງ ບັກ​ກ້ານ ​ທີ່ເຂົ້າ​ຮ່ວມ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ຂອງປະ​ເທດ​ຊາດ.  ”

        ງານ​ວາງສະ​ແດງ​ແຜນ​ທີ່ີ ​ແລະ ​ແນະນຳ​ເອກະສານ “ຮ່ວາງ​ຊາ - ​ເຈື່ອງ​ຊາຂອງ ຫວຽດນາມ ດ້ວຍ​ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາ​ດ​ແລະ​ນິຕິ​ກຳ” ຢູ່​ແຂວງ​ ບັກ​ກ້ານ ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 29/12 – 02/01/2017.

ຂ່າວ/ບົດ​ອື່ນ