ງານ​ສະ​ແດງ​ດົນ​ຕີ ຕຳຫຼວດ​ບັນ​ດາ​ປະ​ເທດ ອາ​ຊຽນ + ປີ 2022 ສ້າງຄວາມ​ປະ​ທັບ​ໃຈ​ຕໍ່​ຜູ້​ຊົມ​

(VOVWORLD) -ໃນຂອບເຂດງານສະແດງດົນຕີຕຳຫຼວດ ບັນດາປະເທດ ອາຊຽນ + , ຕອນຄ່ຳວັນທີ 10 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດລາຍການປະສານດົນຕີ ດ້ວຍການເຂົ້າຮ່ວມຂອງຄະນະຕຳຫຼວດທີ່ມາຈາກບັນດາປະເທດ ອາຊຽນ ພ້ອມດ້ວຍຄະນະຕຳຫຼວດ ຈີນ ແລະ ຍີ່ປຸ່ນ.
ງານ​ສະ​ແດງ​ດົນ​ຕີ ຕຳຫຼວດ​ບັນ​ດາ​ປະ​ເທດ ອາ​ຊຽນ + ປີ 2022 ສ້າງຄວາມ​ປະ​ທັບ​ໃຈ​ຕໍ່​ຜູ້​ຊົມ​ - ảnh 1ງານສະແດງດົນຕີ ຕຳຫຼວດບັນດາປະເທດ ອາຊຽນ + ປີ 2022 

 ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫູວດຶກດາມ ພ້ອມດ້ວຍຜູ້ຕາງໜ້າການນຳບັນດາຄະນະ, ກະຊວງ, ຂະແໜງການ ແລະ ຜູ້ຕາງໜ້າການນຳສະຖານທູດບັນດາປະເທດເຂົ້າຮ່ວມລາຍການ.

        ລາຍການດັ່ງກ່າວ ມີການເຂົ້າຮ່ວມຂອງນັກສິລະປິນ, ນັກຮົບ ຂອງ 8 ຄະນະດົນຕີເຂົ້າຮ່ວມງານສະແດງດົນຕີ, ໃນນັ້ນ ມີ 8 ຄະນະມາຈາກ ຍີ່ປຸ່ນ, ຈີນ, ລາວ, ບຣູໄນ, ມຽນມາ, ຟີລິບປິນ ແລະ 2 ຄະນະຂອງປະເທດເຈົ້າພາບ ນັ້ນແມ່ນ ຄະນະດົນຕີຕຳຫຼວດ ຫວຽດນາມ, ຄະນະດົນຕີກອງທັບປະຊາຊົນ ຫວຽດນາມ. ງານສະແດງດົນຕີຕໍາຫຼວດບັນດາປະເທດ ອາຊຽນ + 2022 ແມ່ນເຫດການດົນຕີ ໂດຍກະຊວງຕຳຫຼວດ ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ທີ່ສຸດ ນັບແຕ່ກ່ອນມາຮອດປັດຈຸບັນ, ເພື່ອແນໃສ່ຍ້ອງຍໍຊົມເຊີຍຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ ແລະ ມູນເຊື້ອຂອງກຳລັງຕຳຫຼວດປະຊາຊົນ, ຕຳຫຼວດປະຊາຊົນ ຫວຽດນາມ ແລະ ບັນດາປະເທດ ອາຊຽນ +. ເອື້ອຍ ເຈິ່ນທິທູ ແລະ ອ້າຍ ຫງວຽນວັນສີ, ເຊິ່ງເປັນຊາວ ຮ່າໂນ້ຍ ມາຊົມລາຍການປະສານດົນຕີ ແບ່ງປັນວ່າ:

        “ລາຍການນີ້ແມ່ນມີຂອບຂະໜາດໃຫຍ່. ບັນດາລາຍການທີ່ໄດ້ນຳມາສະແດງຢູ່ທີ່ນີ້ ລ້ວນແຕ່ສະແດງໃຫ້ເຫັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະຊາດ”.

        “ເຫດການນີ້ໄດ້ນຳເອົາວັດທະນະທຳຂອງບັນດາປະເທດມາແນະນຳໃຫ້ ຫວຽດນາມ ແລະ ຫວຽດນາມ ກໍແນະນຳວັດທະນະທຳຂອງປະເທດຕົນສູ່ບັນດາປະເທດ. ພ້ອມທັງຊ່ວຍປະຊາຊົນ ຫວຽດນາມ ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງບັນດາປະເທດຫຼາຍກວ່າອີກ”.

        ງານສະແດງດົນຕີຕຳຫຼວດບັນດາປະເທດ ອາຊຽນ + 2022 ແມ່ນເຫດການວັດນະທະທຳທີ່ພົ້ນເດັ່ນຂອງກະຊວງຕຳຫຼວດ ເນື່ອງໃນໂອກາດສະຫຼອງວັນມູນເຊື້ອກຳລັງຕຳຫຼວດປະຊາຊົນຄົບຮອບ 60 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ