ງານ​ສະ​ແດງດົນ​ຕີ “ນ້ຳ​ໃຈໄມ​ຕີ​ຈິດ​ມິດ​ຕະ​ພາບ ຫ​ວຽດ​ - ລາວ”

(VOVWORLD) - ຕອນຄ່ຳວັນທີ 21 ພະຈິກ, ລາຍການສະແດງສິລະປະດ້ວຍຫົວຂໍ້ “ນ້ຳໃຈໄມຕີຈິດມິດຕະພາບ ຫວຽດ - ລາວ” ໄດ້ດຳເນີນຢູ່ຫໍວັດທະນະທຳແຫ່ງຊາດ ລາວ, ນະຄອນຫຼວງ ວຽງຈັນ
ງານ​ສະ​ແດງດົນ​ຕີ “ນ້ຳ​ໃຈໄມ​ຕີ​ຈິດ​ມິດ​ຕະ​ພາບ ຫ​ວຽດ​ - ລາວ” - ảnh 1ລາຍການສະແດງສິລະປະຂອງ ນັກສິລະປິນ, ນັກສະແດງ ແລະ ນັກຮ້ອງ 40 ຄົນ ທີ່ມາຈາກມະຫາວິທະຍາໄລວັດທະນະທຳ ສິລະປະກອງທັບ (ພາບ: TTXVN)

ງານສະແດງດົນຕີ “ນ້ຳໃຈໄມຕີຈິດມິດຕະພາບ ຫວຽດ - ລາວ”ໄດ້ຈັດຕັ້ງເພື່ອແນໃສ່ສະເຫຼີມສະຫຼອງ 44 ປີແຫ່ງວັນຊາດ ປະເທດ ສປປ.ລາວ, 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 70 ປີ ແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຢູ່ລາວ.

ທີ່ລາຍການ, ບັນດາຜູ້ແທນ ແລະ ຜູ້ຊົມໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ແລະ ຟົດຟື້ນທີ່ສຸດໂດຍໄດ້ຮັບການສະແດງຈາກນັກສິລະປິນ, ນັກສະແດງ ແລະ ນັກຮ້ອງ 40 ຄົນ ທີ່ມາຈາກມະຫາວິທະຍາໄລວັດທະນະທຳ ສິລະປະກອງທັບ ສັງກັດ ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ