ງານສະແດງສິລະປະຕ້ອນຮັບພົນລະເມືອງຫວຽດນາມຜູ້ທີ90ລ້ານ

ງານສະແດງສິລະປະຕ້ອນຮັບພົນລະເມືອງຫວຽດນາມຜູ້ທີ90ລ້ານ - ảnh 1
ງານສະແດງສິລະປະຕ້ອນຮັບພົນລະເມືອງຜູ້ທີ 90 ລ້ານ
ພາບ:giadinh.net.vn
(vovworld)-​ ກ່າວ​ຄຳ​ເຫັນ​ໃນ​ງານ​ສະ​ແດງ​ສິລະ​ປະ​ຊື່​ງດຳ​ເນີນ​ໄປ​ໃນ​ຕອນ​ຄຳ່​ວັນ​ທີ 2/11 ຢູ່ ​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ ​ເນື່ອງ​ໃນ​ໂອກາດ​ຕ້ອນຮັບ​ພົນລະ​ເມືອງ​ຫວຽດນາມ​ຜູ້​ທີ 90 ລ້ານ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຢືນຢັນ​ວ່າ: ພົນລະ​ເມືອງ​ຫວຽດນາມ 90 ລ້ານ​ຄົນ ​ເປັນ​ຂີດ​ໝາຍ​ປະຫວັດສາດ​ສຳຄັນ​ທີ່​ສຸດ ​ແລະ ມີ​ຄວາມ​ໝາຍ​ສຳລັບ​ຂະ​ແຫນງ​ປະຊາກອນ​ເວົ້າ​ສະ​ເພາະ ​ແລະ ປະ​ເທດ​ຫວຽດນາມ ​ເວົ້າ​ລວມ.  ປະຊາກອນ​ຫວຽດນາມ ຢືນ​ອັນ​ດັບ​ທີ 14 ​ໃນ​ໂລກ ​ແລະ ທີ 3 ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ອັນ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ​ແມ່ນຕະຫລາດ​ໃຫຍ່ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ດຶງ​ດູດ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ.

        “ດ້ວຍ​ເຫດການ​ຫວຽດນາມ ມີພົນລະ​ເມືອງ​​ 90 ລ້ານຄົນ, ນີ້​ແມ່ນ​ກາລະ​ໂອກາດ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງ​ສາ​ປະ​ເທດ​ຊາດ, ສ້າງ​ປະ​ເທດ​ຊາດ​ວັດ​ທະນາ​ຖາວອນ. ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ກໍ​ຕາມ ​ແຕ່​ພວກ​ເຮົາຫັນ​ຄວາມ​ຫຍຸ້ງຍາກ​ນັ້ນ​ເປັນ​ທ່າ​ໄດ້​ປຽບ​ເພື່ອ​ພັດທະນາ.”

 


ຂ່າວ/ບົດ​ອື່ນ