ງານແຂ່ງຂັນຊ່ວງເຮືອຢູ່ນະຄອນ ຫວຽດຈີ່ ເນື່ອງໃນໂອກາດວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ

(VOVWORLD) - ພາຍຫຼັງການແຂ່ງຂັນຢ່າງດຸເດືອດ, ລາງວັນທີໜຶ່ງໄດ້ແກ່ໃຫ້ທິມຂອງເມືອງ ເກີ໋ມເຄ...

ໃນຂອບເຂດວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ, ງານບຸນວິຫານຮຸ່ງ ປີ 2023, ວັນທີ 23 ເມສາ, ຢູ່ນະຄອນ ຫວຽດຈີ່, ແຂວງ ຝູເທາະ, ໄດ້ຈັດງານແຂ່ງຂັນຊ່ວງເຮືອ ນະຄອນ ຫວຽດຈີ່ ເປີດກ້ວາງ, ດ້ວຍການເຂົ້າຮ່ວມຂອງ 9 ທິມ ມີນັກສີພາຍ 300 ຄົນ.

        ພາຍຫຼັງການແຂ່ງຂັນຢ່າງດຸເດືອດ, ລາງວັນທີໜຶ່ງໄດ້ແກ່ໃຫ້ທິມຂອງເມືອງ ເກີ໋ມເຄ, ລາງວັນທີສອງແມ່ນໄດ້ແກ່ທິມຂອງຕາແສງ ແບກຫາກ (ນະຄອນ ຫວຽດຈີ່), ສ່ວນລາງວັນທີສາມໄດ້ແກ່ທິມຂອງເມືອງ ດ່ວານຮຸ່ງ ແລະ ເມືອງ ຕາມນົງ.

        ນີ້ແມ່ນປີທີ 6 ທີ່ໄດ້ຈັດການແຂ່ງຂັນຊ່ວງເຮືອ ນະຄອນ ຫວຽດຈີ ເປີດກ້ວາງ. ການແຂ່ງຂັນໄດ້ກາຍເປັນເຫດການກິລາປະຈຳປີທີ່ໄດ້ຮັບຄວາມລໍຄອຍເນື່ອງໃນໂອກາດວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ