ງານແຂ່ງຂັນເຕະບານລະຫວ່າງຕຳຫຼວດບັນດາປະເທດອາຊຽນເປີດກວ້າງປີ 2012

ງານແຂ່ງຂັນເຕະບານລະຫວ່າງຕຳຫຼວດບັນດາປະເທດອາຊຽນເປີດກວ້າງປີ 2012 - ảnh 1
( ພາບປະກອບ )

(vovworld) -     ງານ​ແຂ່ງ​ຂັນ​ເຕະບານ​ລະຫວ່າງຕຳຫຼວດ​ບັນດາ​ປະ​ເທດ​ອາ​ຊຽນ​ເປີດ​ກວ້າງ​ປີ 2012 ຈະ​​ຖືກຈັດ​ຂຶ້ນ​​ໃນ​ລະຫວ່າງ​ວັນ​ທີ 22 – 30/8 ​ແລະ ຈະ​ມີ 5 ທິນ​ເຂົ້າ​ຮ່ວມ​ເຊິ່ງລວມມີ: ຕຳຫຼວດ​ປະຊາຊົນ​ຫວຽດນາມ, ກະຊວງ​ພາຍ​ໃນ​ລາຊະ​ອານາຈັກ​ກຳປູ​ເຈຍ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສປປ ລາວ, ຕຳ​ຫຼວດ​ໄທ ​ແລະ ຕຳຫຼວດ​ອົດ​ສະ​ຕາ​ລີ. ນີ້​ແມ່ນ​ຂ່າວ​ ເຊິ່ງຄະນະ​ຈັດ​ຕັ້ງ​ປະກາດ​ຢູ່​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ການ​ແຂ່ງ​ຂັນ. ພົນ​ຕີ Bui Quang Ben, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ຕຳຫຼວດຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ຖານ​ແຂ່ງ​ຂັນ​ໃຫ້​ຮູ້​ວ່າ, ການ​ແຂ່ງ​ຂັນ​​ເຕະບານ​ລະຫວ່າງຕຳຫຼວດບັນດາ​ປະ​ເທດ​ອາ​ຊຽນ​ ບັນດາ​ປະ​ເທດ​ອາ​ຊຽນ ​ເປີດ​ກວ້າງ​ປີ 2012 ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ທາງ​ດ້ານ​ກິລາ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ພົບ​ປະ​ແລກປ່ຽນ, ​​ເພີ່ມ​ຄວາມ​ສະໜິດ​ຕິດ​ພັນລະຫວ່າງ​ຕຳຫຼວດ​ບັນດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ ອີກ​ດ້ວຍ; ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ ​ແລະ ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະ​ປຽບ​ຮຽບຮ້ອຍ​ທາງ​ສັງຄົມ​ກວ່າ​ອີກ. ນີ້ກໍ່​ແມ່ນ​ໂອກາດ​ເພື່ອ​ຍົກ​ສູງ​ຄວາມ​ເຂົ້າ​ໃຈ ​ແລະ ​ເພີ່ມ​ລັກສະນະ​ສາມັກຄີ​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊຽນ ກັບ​ອົດ​ສະ​ຕາ​ລີ. ການ​ແຂງ​ຂັນ​ເຕະບານ​ໂດຍ​ກະຊວງ​ຕຳຫຼວດ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ສະ​ຖາ​ປະນາ ປະ​ເທດ ສ.ສ ຫວຽດນາມ (02/09/1945 – 02/09/2012), ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກຳລັງ​ຕຳຫຼວດ​ປະຊາຊົນ​ຫວຽດນາມ (19/08/1945 – 19/08/2012).

ຂ່າວ/ບົດ​ອື່ນ