ງານໂຮມຊຸມນຸມຊົມເຊີຍຜົນສຳເລັດຂອງIPU-132ຢູ່ຮ່າໂນ້ຍ

ງານໂຮມຊຸມນຸມຊົມເຊີຍຜົນສຳເລັດຂອງIPU-132ຢູ່ຮ່າໂນ້ຍ - ảnh 1
ບັນດາຜູ້ແທນເຂົ້າຮ່ວມພິທີ
(ພາບ: TTXVN)


(vovworld) - ຕອນ​ຄຳ່ວັນ​ທີ 1/4,​ ຢູ່ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນງານ​​ໂຮມຊຸມນຸມ​ຊົມ​ເຊີຍ​ຜົນສຳ​ເລັດ​ຂອງກອງ​ປະຊຸມ​ໃຫຍ່​ສະຫະພັນ ລັດຖະສະພາ​ສາກົນ​ຄັ້ງ​ທີ 132 (IPU-132).​​ ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວມີ:​ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ; ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຕ່ອງ​ທິຟ໋ອງ; ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ອວງຈູ​ລື​ວ; ທ່ານ​ປະທານ​ສະຫະພັນ ລັດຖະສະພາ​ສາກົນ (IPU) Saber Chowdhury; ຄະນະ​ເລຂາ IPU ​ແລະ ບັນດາຄະນະ​ຜູ້​ແທນ​ປະ​ເທດຕ່າງໆ​ທີ່ເຂົ້າ​ຮ່ວມ IPU-132; ຜູ້ຕາງ​ໜ້າ​ອົງການ​ທູຕານຸ​ທູດ​​ປະ​ເທດຕ່າງໆ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ຢູ່ ຮ່າ​ໂນ້ຍ ​ໄດ້​ເຂົ້າ​ຮ່ວມ​ງານ​ໂຮມ​ຊຸມນຸມ​.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນຮ່າ​ໂນ້ຍ ຫງວຽນ​ເທ໋ຖາວ ​ເນັ້ນ​ໜັກ​ວ່າ: ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່ IPU-132 ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ດ້ານ​ການ​ເມືອງ​ທີ່ສຳຄັນ, ບໍ່​ພຽງ​ແຕ່​ສ້າງ​ທ່າ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ການ​ທູດ​ລັດຖະສະພາ​ເທົ່າ​ນັ້ນ, ຫາກ​ຍັງ​​ແມ່ນ​ການ​ພົບ​ປະ​ແລກປ່ຽນລະຫວ່າງ​ປະຊາຊົນ​ ຫວຽດນາມ ​ແລະ ປະ​ເທດ​ຕ່າງໆໃນ​ໂລກ​ອີກ​ດ້ວຍ; ​ທັງ​​ແມ່ນ​ໂອກາດ​ເພື່ອ​​ໃຫ້ເພື່ອນ​ມິດສາ​ກົນ​ເຫັນ​ປະຈັກ​ຕາ​ບັນດາຜົນສຳ​ເລັດ, ລະດົມ​ກຳລັງ​ໃຈ, ​ໃນ​ວິວັດ​ການ​ປ່ຽນ​ໃໝ່​ຂອງ ຫວຽດນາມ, ​ສ້າງບັນດາ​ກາລະ​ໂອກາດ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ, ການ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ.

ຂ່າວ/ບົດ​ອື່ນ