ງານໂຮມຊຸມນຸມຕອບສະໜອງວັນຄົນພິການສາກົນ

ງານໂຮມຊຸມນຸມຕອບສະໜອງວັນຄົນພິການສາກົນ  - ảnh 1

ພາບປະກອບ

​(vovworld) - ຕອນ​ເຊົ້າ​ວັນ​ທີ 2/12, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ສົມທົບ​ກັບ​ສະຫະພັນ​ສະມາຄົມ​ຄົນ​ພິການ​ຫວຽດນາມ​ ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​, ງານພົບ​ປະ​ແລກປ່ຽນ ​ແລະ ການ​ເຄື່ອນ​ໄຫວຕ່າງໆ​ ເພື່ອຕອບ​ສະໜອງ​ວັນ​ຄົນ​ພິການສາກົນ​. ທ່ານ​ຮອງ​ລັດຖະມົນຕີ ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ຫງວຽນ​ຈ້ອງ​ດ່າ​ມ ​ໄດ້​ກ່າວ​ຄວາມ​ເຫັນ ​ໂດຍ​ເນັ້ນ​ໜັກ​ວ່າ: ພັກ​ລັດ​ຫວຽດນາມ ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ຊ່ວຍ​ເຫຼືອ, ສ້າງ​ເງື່ອນ​ໄຂ​ທຸກ​ດ້ານ​ໃຫ້​ແກ່​ຄົນ​ພິການ, ຮັບປະກັນ​ໃຫ້​ຄົນ​ພິການ​ປະຕິບັດ​ສິດສະ​ເໝີ​ພາບ ​ແລະ ກາລະ​ໂອກາດ​ພັດທະນາ​ຢ່າງຄົບ​ຖ້ວນ. ທ່ານ​ຍັງ​ຢືນຢັນ​ວ່າ: ​ເພື່ອ​ປັບປຸງ​ກົດໝາຍ, ນະ​ໂຍບາຍ​ກ່ຽວ​ກັບ​ຄົນ​ພິການ​ເທື່ອ​ລະ​ກ້າວ, ກໍ່​ຄື​ປັບປຸງ, ​ເບິ່ງ​ແຍງ​ຄົນ​ພິການ​ໃຫ້​ດີກ​ວ່າ. ລັດຖະບານ ​ແລະ ທ້ອງ​ຖີ່​ນຕ່າງໆ​ໄດ້​ຊີ້​ນຳ, ບຸລິ​ມາ​ສິດ​ແຫຼ່ງກຳລັງ​ເພື່ອ​ປະຕິບັດ​ຫຼາຍໂຄງການ. ນີ້​ກໍ່​ແມ່ນ​ຄຳ​ໝັ້ນ​ສາຍາ​ດ້ານ​ການ​ເມືອງ​ຂອງ​ຫວຽດນາມ ​​ໃນ​ການ​ປະຕິບັດ​ສົນທິສັນຍາ​ກ່ຽວ​ກັບ​ຄົນ​ພິການ ​ເຊິ່ງຫວຽດນາມ​ ໄດ້​ເຂົ້າ​ຮ່ວມ.

ຂ່າວ/ບົດ​ອື່ນ