ງານໂຮມຊຸມນຸມຕອບສະໜອງສັບປະດາປ້ອງກັນຕ້ານການແພ້ຢາ

ງານໂຮມຊຸມນຸມຕອບສະໜອງສັບປະດາປ້ອງກັນຕ້ານການແພ້ຢາ - ảnh 1
(ພາບ​ປະ​ກອບ: kcb)

(vovworld) - ຕອນ​ເຊົ້າ​ວັນ​ທີ 21/11, ຢູ່​ຫໍ​ວັດທະນະທຳ​ມິດຕະພາບ​ຮ່າ​ໂນ້ຍ, ​ເປັນ​ຄັ້ງ​ທຳ​ອິດ​ກະຊວງ​ສາທາລະນະ​ສຸກ ​ແລະ ອົງການ​ສາທາລະນະ​ສຸກ​ໂລກ​ຢູ່​ຫວຽດນາມ ຈັດ​ຕັ້ງ ງານ​ໂຮມ​ຊຸມນຸມ​ຕອບ​ສະໜອງ​ສັບປະດາ​ປ​້ອງກັນ​ຕ້ານ​ການແພ້​ຢາຢູ່​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 16-22/11. ກ່າວ​ຄວາມ​ເຫັນ​ທີ່​ງານ​ໂຮມ​ຊຸມນຸມ, ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ຫງວຽນ​ທິກິມຕ໋ຽນ ຊີ້​ແຈ້ງວ່າ​ການ​ແພ້​ຢາ ​ແມ່ນ​ໄພພິບັດ​ສຳລັບ​ຊີວິດຂອງ​ມະນຸດ. ດ້ວຍ​ສານ​ທີ່​ວ່າ “ບໍ່​ມີ​ການ​ກະທຳ​ໃນ​ມື້​ນີ້, ຈະ​ບໍ່​ມີ​ຢາ​ປົວ​ພະຍາດ​ໃນ​ພາຍ​ພາກ​ໜ້າ“. ນະ​ທີ່​ນີ້, ທ່ານ​ນາງ​ລັດຖະມົນຕີ ຫງວຽນ​ທິກິມຕ໋ຽນ ຮຽກຮ້ອງ​ທ່ານໝໍ​ແຕ່ລະຄົນ ​ແລະ​ທັງ​ທົ່ວ​ປະຊາ​ຄົມ​ໃຫ້​ຄຳ​ໝັ້ນ​ສັນຍາ​ ມີ​ຄວາມ​ຮັບຜິດຊອບ​ໃນ​ການນຳ​​ໃຊ້ຢາ​ຕ້ານ​ເຊື້ອ​.

 

ຂ່າວ/ບົດ​ອື່ນ