ງານໂຮມຊຸມນຸມຕອບສະໜອງເດືອນການກະທຳຄວບຄຸມຢາເສບຕິດ

(VOVWORLD) - ຕອນເຊົ້າວັນທີ 10/6, ຢູ່ນະຄອນ ບັກຢາງ, ໄດ້ດຳເນີນ ງານໂຮມຊຸມນຸມຕອບສະໜອງເດືອນການກະທຳປ້ອງກັນ ແລະ ຕ້ານຢາເສບຕິດປີ 2017
ງານໂຮມຊຸມນຸມຕອບສະໜອງເດືອນການກະທຳຄວບຄຸມຢາເສບຕິດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ກ່າວຄຳເຫັນທີ່ພິທີ

ດ້ວຍຫົວຂໍ້ວ່າ “ປະຊາຄົມຮ່ວມແຮງຮ່ວມໃຈໜູນຊ່ວຍຜູ້ເສບຢາເສບຕິດ. ກ່າວຄວາມເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຢືນຢັນວ່າ, ພັກ, ລັດ ຈະສືບຕໍ່ຍູ້ແຮງວຽກງານປ້ອງກັນ, ຕ້ານ ແລະ ບຳບັດຢາເສບຕິດ, ຫວັງວ່າທຸກຂັ້ນ, ທຸກຂະແໜງການ ແລະ ທົ່ວປວງຊົນມີຄວາມເອົາໃຈໃສ່ກວ່າອີກເຖິງຜູ້ເສບຢາເສັບຕິດ, ບໍ່ໄດ້ຈຳແນກການປະພືດ, ຮ່ວມແຮງຮ່ວມໃຈຊ່ວຍເຫຼືອ, ໜູນຊ່ວຍເພື່ອໃຫ້ເຂົາເຈົ້າເຈືອຈານເຂົ້າກັບປະຊາຄົມ.

        “ວຽກງານປ້ອງກັນ, ຕ້ານ ແລະ ບຳບັດຢາເສບຕິດ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ຊີ້ນຳນຳພາຈາກພັກ, ລັດ ເພື່ອຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ, ຂ້ຽວຂາດ, ຍືດໝັ້ນ, ອັນໄດ້ບັນລຸຜົນງານສຳຄັນຫຼາຍຢ່າງ, ປະກອບສ່ວນຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ພັດທະນາເສດຖະກິດຂອງປະເທດຊາດ .

        ພາຍຫຼັງງານໂຮມຊຸມນຸມ, ປະຊາຊົນເກືອບ 2.000 ຄົນ ໄດ້ແຫ່ຂະບວນຢູ່ນະຄອນ ບັກຢາງ ເພື່ອໂຄສະນາ, ປຸກລະດົມປະຊາຊົນພ້ອມກັນສະໜັບສະໜູນ “ເດືອນການກະທຳປ້ອງກັນ ແລະ ຕ້ານຢາເສບຕິດ“ ແລະ ຕອບສະໜອງ “ວັນສາກົນປ້ອງກັນ, ຕ້ານຢາເສບຕິດ“. ໃນໂອກາດນີ້ກໍ່ດຳເນີນງານວາງສະແດງ “ໄພພິບັດຢາເສບຕິດ ແລະ ຄວາມຫວັງເຊື່ອມຕົວເຂົ້າກັບປະຊາຄົມ“.

ຕອບກັບ

ຂ່າວ/ບົດ​ອື່ນ