ງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 40 ປີແຫ່ງໄຊຊະນະຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ

ງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 40 ປີແຫ່ງໄຊຊະນະຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ - ảnh 1

ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໃນງານ​​ໂຮມຊຸມນຸມ​ມິດ​ຕິງ

(ພາບ:vn.news.yahoo.com)

(VOV)-   ​​ວັນ​ທີ 29/12, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດງານ​​ໂຮມຊຸມນຸມ​ມິດ​ຕິງຂັ້ນລັດ​ສະ​ເຫຼີ​ມສະຫຼອງ​ 40 ປີ​ແຫ່ງໄຊຊະນະຮ່າ​ໂນ້ຍ-​ດ້ຽນບຽນ​ຝູທາງ​ອາກາດ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ການ​ນຳ​ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ​ປະ​ເທດ​ຊາດ, ຜູ້​ຕາງໜ້າ​ກອງທັບ ​ແລະ ປະຊາຊົນ​ທຸກ​ຊັ້ນຄົນ ​ແລະ ບັນດາ​ຜູ້​ແທນ​ສາກົນ, ທູດ​ທະຫານ​ຂອງ​ຫຼາຍ​ປະ​ເທດ….

   ​ໃນ​ສູນ​ທອນ​ພົດ​ອ່ານ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງໄຊຊະນະຮ່າ​ໂນ້ຍ-​ດ້ຽນບຽນ​ຝູທາງ​ອາກາດ, ຖື​ວ່າ: ນີ້​ແມ່ນ​ໄຊຊະ​ນະ​ມີ​ລັກສະນະ​ຍຸກ​ສະ​ໄໝ​ອັນ​ເລິກ​ເຊິ່ງ, ປະກອບສ່ວນ​ສຳຄັນ​ກ້າວ​ໄປ​ເຖິງ​ໄຊຊະນະ​ສົມບູນ​ຂອງ​ການ​ຕໍ່ຕ້ານ​ຕ້ານຈັກກະພັດ​ອາ​ເມ​ລິ​ກາ​ ຂອງ​ຊາດ​ຫວຽດນາມ. ​ໃນ​ເວລາ​ພຽງ 12 ວັນ ​ແລະ​ ຄືນ​ໄດ້​ທຳ​ການ​ຕໍ່ສູ້​ຢ່າງອົງ​ອາດ​ກ້າຫານ, ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ​ໄດ້​ຕີ​ເອົາ​ຊະນະ​ການ​ບຸກ​ໂຈມ​ຕີ​ຍຸດ​ທະ​ສາດ​ທາງ​ອາກາດ​ຂອງກອງທັບອາ​ເມ​ລິ​ກາ, ສ້າງ​ເປັນ​ໄຊຊະນະຮ່າ​ໂນ້ຍ-​ດ້ຽນບຽນ​ຝູທາງ​ອາກາດ . ພາຍຫຼັງ​ຖືກ​ປະລາ​ໄຊ, ອຳນາດ​ການ​ປົກຄອງ​ອາ​ເມ​ລິ​ກາ ​ຕ້ອງ​ຢຸດຕິ​ການ​ຖີ້ມ​ລະ​ເບີດ​ລົງ​ພາກ​ເໜືອ​ຫວຽດນາມ, ຍອມ​ກັບ​ຄືນ​ສູ່​ໂຕະ​ເຈລະຈາ ​ແລະ ​ເຊັນ​ສັນຍາ​ປາຣີ ກ່ຽວ​ກັບ​ການ​ສ້າງສັນ​ຕິ​ພາບ​ຢູ່​ຫວຽດນາມ ​ຄື​ນໃໝ່. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຊີ້​ແຈງ​ວ່າ:

  “ວັນ​ເວລາ​ຈະ​ລ່ວງ​ເລີຍ​ໄປ, ໄຊຊະນະຮ່າ​ໂນ້ຍ-​ດ້ຽນບຽນ​ຝູທາງ​ອາກາດ ຈະ​ແມ່ນ​ສັນຍາ​ລັກ​ແຫ່ງ​ເຈດ​ຈຳນົງ​ອົງອາດ​ກ້າ​ແກ່ນ, ບໍ່​ຍອມ​ຈຳນົນ, ສະຫຼຽວ​ສະຫຼາດ, ມີ​ຫົວຄິດ​ປະດິດ​ສ້າງ, ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ວິລະ​ກຳ​ອັນ​ສະຫງ່າ​ລາສີ​ໃນ​ປະຫວັດສາດ​ແຫ່ງ​ການ​ຕໍ່ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ຂອງ​ຊາດ​ຫວຽດນາມ ​ວິລະ​ຊົນ “

  ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ເນັ້ນໜັກ​​ວ່າ: ​ບັນດາ​ບົດຮຽນ​ຂອງໄຊຊະນະຮ່າ​ໂນ້ຍ-​ດ້ຽນບຽນ​ຝູທາງ​ອາກາດ ກ່ອນ​ນີ້ 40 ປີມີ​ຄຸນຄ່າ​ອັນ​ໃຫ່ຍຫຼວງ​ໃນ​ສະພາບ​ປະ​ເທດ​ຫວຽດນາມ ພວມ​ປະຕິບັດ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ຕາງໜ້າ​ໃຫ​້ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ທ່ານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຂອບ​ອົກ​ຂອບ​ໃຈ​ອັນ​ເລິກ​ເຊິ່ງຕໍ່​ການ​ສະໜັບສະໜູນ​ຂອງ​ເພື່ອນ​ມິດສາ​ກົນ, ປະຊາຊົ​ນຜູ້​ຮັກຫອມ​ສັນຕິພາບ ​ແລະ ຍຸດຕິ​ທຳ​ໃນ​ໂລກ, ​ໃນ​ນັ້ນມີ​ປະຊາຊົນ​ອາ​ເມ​ລິ​ກາ ສຳລັບ​ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ຊາດ​ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ:

   “ຜ່ານ​ບັນດາ​ການ​ທຳລາຍ​ອັນ​ໜັກ​ໜ່ວງ ​ແລະ ການ​ເສຍສະຫຼະ​ອັນ​ໃຫ່ຍຫຼວງ​ໃນ​ສົງຄາມ, ຍິ່ງ​ກ່ວາ​​ໃຜ​ໝົດ, ປະຊາຊົນ​ຫວຽດນາມ ​ມີ​ຄວາມຮັກຫອມ​ສັນຕິພາບ​ເພື່ອ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ປະຊາຊົນ​ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື, ພ້ອມ​ກັນ​ພັດທະນາພ້ອມ​ກັບ​ປະ​ເທດຕ່າງໆ​ໃນ​ໂລກ, ​ໃນ​ນັ້ນມີ​ອາ​ເມ​ລິ​ກາ ຕາມ​ຈິດ​ໃຈ​ຫວຽດນາມ ຢາກ​ເປັນ​ເພື່ອ​ນມິດ, ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມ​ໂລກ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​​ໃນ​ໂລກ.​

ຂ່າວ/ບົດ​ອື່ນ