ງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງປີສາມັກຄີ, ມິດຕະພາບ ຫວຽດນາມ-ລາວ 2017 ໄດ້ຈັດຂຶ້ນຢ່າງສົມກຽດ

(VOVWORLD) - ປະຊາຊົນລຸ້ນຕ່າງໆຂອງ 2 ປະເທດເວົ້າລວມ ແລະ ສູນກາງສະຫະພັນແມ່ຍິງ 2 ປະເທດເວົ້າສະເພາະ ຍາມໃດກໍ່ເຮັດຈົນສຸດຄວາມສາມາດເພື່ອຮັກສາ, ເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ. 
ງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງປີສາມັກຄີ, ມິດຕະພາບ ຫວຽດນາມ-ລາວ 2017 ໄດ້ຈັດຂຶ້ນຢ່າງສົມກຽດ - ảnh 1 ການສະແດງສິລະປະທີ່ພິທີ

ງານໂຊມຊຸມນຸມມິດຕິງເນື່ອງໃນໂອກາດສະເຫຼີມສະຫຼອງ ປີສາມັກຄີ, ມິດຕະພາບ ຫວຽດນາມ - ລາວປີ 2017, 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ -ລາວ ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 6 ກັນຍາ, ທີ່ຫໍວັດທະນະທຳແຫ່ງຊາດລາວ ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ. ກ່າວຄຳເຫັນທີ່ພິທີ, ທ່ານນາງ ອິນລາວັນ ແກ້ວບຸນພັນ, ປະທານສະຫະພັນແມ່ຍິງ ລາວ ຢືນຢັນວ່າ: ປະຊາຊົນລຸ້ນຕ່າງໆຂອງ 2 ປະເທດເວົ້າລວມ ແລະ ສູນກາງສະຫະພັນແມ່ຍິງ 2 ປະເທດເວົ້າສະເພາະ ຍາມໃດກໍ່ເຮັດຈົນສຸດຄວາມສາມາດເພື່ອຮັກສາ, ເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ. ສ່ວນທ່ານນາງ ຫງວຽນທິທູຮ່າ, ປະທານສະຫະພັນແມ່ຍິງ ຫວຽດນາມ ເນັ້ນໜັກວ່າ:

        “ແມ່ຍິງຂອງ 2 ປະເທດພວກເຮົາຈະສືບຕໍ່ຮຽງບ່າຮຽງໄຫຼ່, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງການພົວພັນອັນລ້ຳຄ່າ, ບໍລິສຸດຜຸດຜ່ອງ, ແມ່ນມໍລະດົກອັນລ້ຳຄ່າເຊິ່ງແມ່ຍິງລຸ້ນກ່ອນໄດ້ຖ່າຍທອດໃຫ້, ສືບຕໍ່ຮ່ວມມືແໜ້ນແຟ້ນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເພື່ອແນໃສ່ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງມີປະສິດທິຜົນກ່ວາເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ແລະ ວິວັດການເຊື່ອມໂຍງຂອງແຕ່ລະປະເທດ, ພວກຂ້າພະເຈົ້າຈະພ້ອມກັນລະດົມກຳລັງໃຈ, ສົ່ງເສີມໃຫ້ກັນ, ຊ່ວຍເຫຼືອກັນເພື່ອພ້ອມກັນປະກອບສ່ວນປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງ ແລະ ຊຸກຍູູ້ຄວາມສະເໝີພາບລະຫວ່າງຍິງ -ຊາຍ, ເພື່ອສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.”

        ເນື່ອງໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ລາວ ໄດ້ປະດັບຫຼຽນໄຊອິດສະຫຼະ ຊັ້ນ 2 ໃຫ້ທ່ານນາງ ຫງວຽນທິທູຮ່າ, ປະທານສະຫະພັນແມ່ຍິງ ຫວຽດນາມ ແລະ ປະດັບຫຼຽນໄຊແຮງງານຊັ້ນ 3 ໃຫ້ສະຫະພັນແມ່ຍິງ 9 ແຂວງ/ ນະຄອນຂອງ ຫວຽດນາມ ຍ້ອນມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ລາວ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ